• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​​ສະ​ເລີຍ​ເສິກ ກ່ອນ​ປີ​ໃໝ່

ສອງປະເທດໄດ້ແລກປ່ຽນສະເລີຍເສິກກວ່າ 300 ຄົນ ໃນຂໍ້ຕົກລົງໂດຍ ສະຫະລັດ ອາຣັບ ເອມມີເລດ (UAE) ເປັນກາງໄກ່ເກ່ຍ ກ່ອນປີໃໝ່.
ນາຍທະຫານ ຢູແກຼນ ອຳລາເພື່ອນກ່ອນກັບຄືນເມືອປະເທດໃນວັນທີ 30/12 (ພາບ: Reuters)

ວັນທີ 30 ທັນວາ, ບັນດາເຈົ້າໜ້າທີ່ ລັດເຊຍ ແລະ ຢູແກຼນ ໃຫ້ຮູ້ວ່າ ສອງປະເທດໄດ້ແລກປ່ຽນສະເລີຍເສິກກວ່າ 300 ຄົນ ໃນຂໍ້ຕົກລົງໂດຍ ສະຫະລັດ ອາຣັບ ເອມມີເລດ (UAE) ເປັນກາງໄກ່ເກ່ຍ ກ່ອນປີໃໝ່. ຕາມກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ໝາກຜົນຂອງວິວັດທະນາການເຈລະຈາແມ່ນ ທະຫານ ລັດເຊຍ 150 ຄົນ ໄດ້ກັບຄືນເມືອປະເທດ ແລະ ກໍ່ເຊັ່ນດຽວກັນ, ຝ່າຍ ຢູແກຼນ ມີສະເລີຍເສິກ 150 ຄົນ ໄດ້ຮັບການປ່ອຍຕົວ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖະແຫຼງວ່າ ກີແອັບ ໄດ້ຮັບ 189 ຄົນ ໃນຂໍ້ຕົກລົງນີ້, ເຊິ່ງລວມມີນາຍທະຫານ, ທະຫານປ້ອງກັນຊາຍແດນ ແລະ ສາມັນຊົນ 2 ຄົນ ຈາກນະຄອນ Mariupol, ປັດຈຸບັນ ໂດຍ ລັດເຊຍ ຄວບຄຸມ. ທ່ານ Zelensky ເນັ້ນໜັກວ່າ ເປົ້າໝາຍຂອງ ຢູແກຼນ ແມ່ນ ນຳສະເລີຍເສິກທຸກຄົນກັບຄືນເມືອປະເທດ.

ກໍໃນວັນດຽວກັນ, ຝ່າຍ ຢູແກຼນ ໄດ້ແຈ້ງໃຫ້ຊາບວ່າ ມົດສະກູ ໄດ້ປ່ອຍຕົວນາຍທະຫານ ແລະ ສາມັນຊົນທັງໝົດ 3.956 ຄົນແລ້ວ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top