• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ລະ​ຫວ່າງ Israel ແລະ Hezbollah

Israel ໄດ້ເພິ່ງໃຫ້ລັດເຊຍ ເປັນກາງໄກ່ເກ່ຍໃນການເຈລະຈາສັນຕິພາບກັບ Hezbollah ແລະ ຮຽກຮ້ອງໃຫ້ ລັດເຊຍ ເຂົ້າຮ່ວມຂໍ້ຕົກລົງຢຸດຍິງຢູ່ Lebanon.
(ພາບ: THX/TTXVN)

ວັງ Kremlin ປະກາດວ່າ ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍລະຫວ່າງ Israel ແລະ ຂະບວນການ Hezbollah. ໃນການປະຊຸມໃນຕອນເຊົ້າວັນທີ 1 ພະຈິກ, ທ່ານ Dmitry Peskov ເລຂາສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ລັດເຊຍ ໄດ້ຮັກສາການຕິດຕໍ່ພົວພັນກັບທຸກຝ່າຍ ໃນການປະທະກັນ, ລວມທັງ Israel, Iran, Lebanon ແລະ ຝ່າຍອື່ນໆ. ດັ່ງນັ້ນ, ຖ້າຫາກວ່າ ບັນດາຄວາມມານະພະຍາຍາມຂອງລັດເຊຍບັນລຸປະສິດທິຜົນ, ລັດເຊຍ ພ້ອມທີ່ຈະເປັນກາງໄກ່ເກ່ຍລະຫວ່າງ Israel ແລະ ຂະບວນການ Hezbollah.

ກ່ອນໜ້ານັ້ນ, Israel ໄດ້ເພິ່ງໃຫ້ລັດເຊຍ ເປັນກາງໄກ່ເກ່ຍໃນການເຈລະຈາສັນຕິພາບກັບ Hezbollah ແລະ ຮຽກຮ້ອງໃຫ້ ລັດເຊຍ ເຂົ້າຮ່ວມຂໍ້ຕົກລົງຢຸດຍິງຢູ່ Lebanon ພວມຖຶກພັດທະນາດ້ວຍການໜູນຊ່ວຍຂອງທ່ານ Amos Hochstein ແລະ Brett McGurk ທີ່ປຶກສາຂອງປະທານາທິບໍດີ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.

Top