• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ຄິດ​ໄລ່​ຊັ່ງ​ຊາ​ການ​ໂຕ້​ຕອບ​ຕໍ່ບັນ​ດາ​ຄຳ​ສັ່ງ​ຫ້າມ​ໃນ​ອະ​ນາ​ຄົດ​ຂອງ G7

ລັດເຊຍ ຈະມີການໂຕ້ຕອບທີ່ຄ້າຍຄືກັນ ຖ້າຫາກວ່າ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈັດວາງຄຳສັ່ງຫ້າມສົ່ງອອກສິນຄ້າມາຍັງ ລັດເຊຍ.
ທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ (ພາບ: TTXVN)

ວັນທີ 23 ເມສາ, ທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ ຊີ້ແຈ້ງວ່າ ລັດເຊຍ ຈະມີການໂຕ້ຕອບທີ່ຄ້າຍຄືກັນ ຖ້າຫາກວ່າ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈັດວາງຄຳສັ່ງຫ້າມສົ່ງອອກສິນຄ້າມາຍັງ ລັດເຊຍ. ພ້ອມດຽວກັນນັ້ນ, ທ່ານ Dmitry Medvedev ກໍ     ໄດ້ຄິດໄລ່ຊັ່ງຊາຕໍ່ຄວາມອາດສາມາດຂອງເລື່ອງ ລັດເຊຍ ຢຸດຕິການເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍຂໍ້ລິເລີ່ມທັນຍາຫານ ທະເລດຳ.

ກ່ອນໜ້ານັ້ນ, Bloomberg ໄດ້ໃຫ້ຂ່າວວ່າ ບັນດາປະເທດ G7 ພວມປຶກສາຫາລືກ່ຽວກັບຄວາມສາມາດ “ຫ້າມທຸກປະເພດສິນຄ້າສົ່ງອອກມາຍັງ ລັດເຊຍ“ ກ່ອນເວລາດຳເນີນກອງປະຊຸມສຸດຍອດ G7 ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 19 ພຶດສະພາ - 21 ພຶດສະພາ ຢູ່ ຍີ່ປຸ່ນ. ບາງປະເພດສິນຄ້າຄື ຜະລິດຕະພັນການຢາ, ຜະລິດຕະພັນກະເສດ ແລະ ອາຫານ ອາດຈະໄດ້ຮັບການຍົກເວັ້ນສຳລັບຄຳສັ່ງຫ້າມດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top