ຕອນບ່າຍວັນທີ 21 ສິງຫາ, ຢູ່ແຂວງດຽນບຽນ, ຄະນະຜູ້ແທນແຂວງບໍແກ້ວ, ສປປ.ລາວ ແລະ ແຂວງດຽນບຽນໄດ້ຈັດຕັ້ງພິທີມອບຫຼຽນໄຊຂອງລັດ ລາວໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນແຂວງດຽນບຽນເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນໃນການປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງທ້ອງຖິ່ນເວົ້າສະເພາະ ແລະ ສອງປະເທດຫວຽດນາມ - ລາວ ເວົ້າລວມ. ທີ່ພິທີ, ທ່ານພົນຈັດຕະວາ ແປ້ນຄຳບຸດຈັນແພງ, ເລຂາຄະນະພັກ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ໄດ້ຮັບການມອບສິດຈາກປະທານປະເທດ ສປປ.ລາວ, ມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ຫ້ອງການຄະນະພັກແຂວງ ແລະ ພະແນກພົວພັນຕ່າງປະເທດແຂວງດຽນບຽນ, ຫຼຽນໄຊອິດສະຫຼະ ຊັ້ນ II ມອບໃຫ້ທ່ານ ຫງວຽນວັນທັ້ງ, ຮອງນາຍົກລັດຖະມົນຕີ ສສ.ຫວຽດນາມ, ອະດີດເລຂາຄະນະພັກແຂວງດຽນບຽນ. ນອກຈາກນັ້ນ, ຍັງມີຫຼຽນໄຊອິດສະຫຼະຊັ້ນ III ໄດ້ມອບໃຫ້ 7 ສ່ວນບຸກຄົນອື່ນໆອີກ.






