• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ ເດີນ​ທາງ​ໄປ​ຍັງ ມາ​ເລ​ເຊຍ ເພື່​ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ໄທ - ກຳ​ປູ​ເຈຍ

ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ຫາກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາລະປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 – 17 ຕຸລາ.
ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ (ພາບເອກະສານ: REUTERS/Chalinee Thirasupa)

ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ໄທ ສີຫະສັກ ພວງເກດແກ້ວ ໄດ້ເດີນທາງໄປຍັງ ມາເລເຊຍ ໃນວັນທີ 12 ຕຸລາ ເພື່ອປຶກສາຫາລືກ່ຽວກັບບັນຫາຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ. ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ເນັ້ນໜັກວ່າ, ໄທ ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ມາເລເຊຍ ໃນບົດບາດເປັນກາງໄກ່ເກ່ຍ ແລະ ຊຸກຍູ້ສັນຕິພາບ.

ໃນການຜັນແປທີ່ກ່ຽວຂ້ອງ, ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ຫາກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາລະປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 – 17 ຕຸລາ. ຄາດວ່າ ເນື້ອໃນກອງປະຊຸມ ຈະສຸມໃສ່ປຶກສາຫລືກ່ຽວກັບບັນຫາພິຈາລະນາ ດັດປັບທີ່ຕັ້ງຜັນຂະຫຍາຍອາວຸດປະເພດໜັກ ພາຍໃຕ້ການຕິດຕາມກວດກາ ແລະ ຢັ້ງຢືນຂອງກຸ່ມປະສານງານລວມ ແລະ ເພີ່ມທະວີການຮ່ວມມືໃນບັນຫາເກັບກູ້ລະເບີດມະນຸດສະທຳ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.

Top