ຂ່າວສານ
ລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້
ອາຊຽນ ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນສາຍພົວພັນລະຫວ່າງບັນດາປະເທດ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງສົນທິສັນຍາເຊັ່ນ: ເຄົາລົບເຊິ່ງກັນ ແລະ ກັນກ່ຽວກັບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສີສັນຊາດ; ສິດຂອງແຕ່ລະປະເທດທີ່ພວມມີຢູ່ ເຊິ່ງບໍ່ມີການແຊກແຊງ, ໂຄ່ນລົ້ມ ຫຼື ການບັງຄັບຈາກພາຍນອກ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ; ແກ້ໄຂບັນດາຄວາມແຕກໂຕນກັນ ຫຼື ການແກ້ງແຍ້ງໂດຍສັນຕິວິທີ; ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງປະກອບອາວຸດ ແລະ ບັນດາຝ່າຍມີການຮ່ວມມືຢ່າງມີປະສິດທິຜົນ.
ບັນດາຫຼັກການດັ່ງກ່າວ ຈະສືບຕໍ່ແນະນຳ ອາຊຽນ ສ້າງ ປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ຖືມະນຸດເປັນໃຈກາງ, ຄືດັ່ງໄດ້ຫັນເປັນລະອຽດໃນວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.







