• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ມາ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ເຂດ​ຊາຍ​ແດນ

ຕອນເຊົ້າວັນທີ 17 ເມສາ, ຢູ່ແຂວງ ລ້າງເຊີນ, ທ່ານພົນໂທ ຕຸງຈຽນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ ໄດ້ເດີນທາງມາ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນ.
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານພົນໂທ ຕຸງຈຽນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ (ພາບ: qdnd.vn)

ໂດຍສືບຕໍ່ລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຄວາມສະຫງົບເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9, ຕອນເຊົ້າວັນທີ 17 ເມສາ, ຢູ່ແຂວງ ລ້າງເຊີນ, ທ່ານພົນໂທ ຕຸງຈຽນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ ໄດ້ເດີນທາງມາ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນ.

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ ຕຸງຈຽນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລະ ບັນດາສະມາຊິກໃນຄະນະຢ່າງເປັນທາງການ.

ຕາມແຜນການແລ້ວ, ຢູ່ ຫວຽດນາມ ດຳເນີນກິດຈະກຳດັ່ງນີ້: ພິທີຕ້ອນຮັບຄະນະຜູ້ແທນ ຈີນ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຢາມໂຮງຮຽນປະຖົມ ດົ່ງດັງ, ເຂົ້າຮ່ວມພິທີຕັດແຖບຜ້າເປີດນຳໃຊ້ຕຶກອະເນກປະສົງ, ຢ້ຽມຢາມຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ຫືວງິ; ຢ້ຽມຢາມສວນສາທາລະນະ Logistics ຂອງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ ຫວຽດນາມ; ການພົບປະສອງຝ່າຍ, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື.

ກ່ອນໜ້ານັ້ນ, ວັນທີ 16 ເມສາ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສິ້ນສຸດການເຄື່ອນໄຫວພົບປະແລກປ່ຽນໃນຂອບເຂດລາຍການພົບປະແລກປ່ຽນຢູ່ເຂດປົກຄອງດ້ວຍຕົນເອງຊາວເຜົ່າຈວາງ ກວາງຊີ (ຈີນ).

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top