• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແ​ລນ

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນທ່ານນາງເອກອັກຄະລັດຖະທູດ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຂອງສອງປະເທດ.

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ (ພາບ: cand.com.vn)

 ຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາ ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.

        ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນທ່ານນາງເອກອັກຄະລັດຖະທູດ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຂອງສອງປະເທດ, ປະກອບສ່ວນສ້າງການພົວພັນທີ່ມີເຈດຕະນາດີ, ມີປະສິດທິຜົນ ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຕຳຫຼວດ ນິວຊີແລນ.

        ສ່ວນທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລັນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ນິວຊີແລນ ແລະ ຫວຽດນາມ ຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນສຳຄັນ ແລະ ຕັ້ງໜ້າຫຼາຍຢ່າງ. ທ່ານນາງ ເອກອັກຄະລັດຖະທູດ Wendy Mathews ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນ ທ່ານນາງຈະຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍ ນິວຊີແລນ ແລະ ກະຊວງ ຕຳຫຼວດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top