• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ບູລິ​ມະ​ສິດ 5 ກຸ່ມ​ໜ້າ​ທີ່​ພັດ​ທະ​ນາ​ໃນ​ອາ​ຍຸ​ການ 2025 – 2030

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1, ອາຍຸການ 2025 – 2030, ທ່ານ ເຈິ່ນກວາງເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ກຳນົດບັນດາຂົງເຂດບູລິມະສິດ, ບຸກທະລຸທີ່ຕ້ອງສຸມໃສ່ຊີ້ນຳ, ບໍລິຫານເພື່ອນຳປະເທດພັດທະນາສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່.
ການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1

ຕາມນັ້ນແລ້ວ, ກໍ່ສຸມໃສ່ສ້າງກົນໄກພັດທະນາໃຫ້ສົມບູນແບບໂດຍໄວ, ປົດປ່ອຍກຳລັງຜະລິດ, ລະດົມທຸກແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ. ຍູ້ແຮງວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງຮູບແບບການເຕີບໂຕໃໝ່, ຖືວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນເປັນກຳລັງຫຼັກແຫຼ່ງ. ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ອັດສະລິຍະ. ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພັດທະນາວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ສຸດທ້າຍແມ່ນປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.'

ໃນຂົງເຂດພົວພັນຕ່າງປະເທດ, ເລື່ອງສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ການທູດເສດຖະກິດ ແມ່ນໃຈກາງ, ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ ດ້ວຍຈຸດສຸມແມ່ນເຊື່ອມໂຍງກັບເສດຖະກິດສາກົນ; ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດ ມີໂອກາດອຸທິດສ່ວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

 

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”.

Top