• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ມີ​ການ​ດັດ​ປັບ​ທີ່​ເໝ​າ​ະ​ສົມ​ເພື່ອ​ຮັບ​ປະ​ກັນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ວັນທີ 25 ກໍລະກົດ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືໝົດມື້ຢູ່ສະພາແຫ່ງຊາດກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດຊາດ, ໃນນັ້ນ ມີເນື້ອໃນກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ສະມາຊິກສະພາແຫ່ງຊາດຫຼາຍທ່ານດ້ເນັ້ນໜັກເຖິງຜົນຮ້າຍຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ (ພາບ: VOV)

ທີ່ວາລະປຶກສາຫາລືໃນຕອນເຊົ້າ, ໂດຍຮັບຮູ້ໝາກຜົນຕັ້ງໜ້າຂອງການພັດທະນາເສດຖະກິດ - ສັງຄົມ ໄລຍະ 6 ເດືອນຕົ້ນປີ ແຕ່ສະມາຊິກສະພາແຫ່ງຊາດຫຼາຍທ່ານກໍໄດ້ເນັ້ນໜັກເຖິງຜົນຮ້າຍຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ ແລະ ຕີລາຄາສູງເລື່ອງ ລັດຖະບານໄດ້ມີການຊີ້ນຳບັນດາທ້ອງຖິ່ນຢ່າງວ່ອງໄວໃນການດັດປັບບັນດາມາດຕະການທີ່ເໝາະສົມ ເພື່ອຮັບປະກັນການປ້ອງກັນສະກັດກັ້ນໂລກລະບາດ ແລະ ພັດທະນາເສດຖະກິດສັງຄົມ.  ຢືນຢັນກ່ຽວກັບບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດໃນໄລຍະທີ່ໂລກລະບາດໂຄວິດ - 19 ສົ່ງຜົນກະທົບນັບມື້ນັບຫຼາຍເຖິງຊາວຜູ້ອອກແຮງງານ, ວິສາຫະກິດ, ທ່ານນາງ ຫງວຽນທິຖຸຍ, ສະມາຊິກສະພາແຫ່ງຊາດແຂວງ ບັກກ້ານ ສະເໜີ ລັດຖະບານ ມອບໝາຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງຜັນຂະຫຍາຍໂປແກຼມສະຖິຕິລະຫວ່າງຂະໜງ ເພື່ອຊ່ວຍໃຫ້ການສຳຫຼວດກວດກາຂອງລັດຖະບານສຳລັບບັນດາເປົ້າໝາຍທີ່ໄດ້ຮັບການຊົມໃຊ້ນະໂຍບາຍ ມີຄວາມຊັດເຈນ ແລະ ວ່ອງໄວກວ່າ.

ໂດຍມີຄວາມເຫັນດີຕໍ່ບັນດາເປົ້າໝາຍ, ໜ້າທີ່, ມາດຕະການໃຫ້ແກ່ 6 ເດືອນທ້າຍປີ 2021 ເຊິ່ງລັດຖະບານ ໄດ້ວາງອອກ, ທ່ານ ຫງວຽນມິງຕ໊ວນ, ສະມາຊິກສະພາແຫ່ງຊາດແຂວງ ກວ໋າງບິ່ງ ໄດ້ເນັ້ນໜັກວ່າ ການຮັບມືກັບໂລກລະບາດບໍ່ແມ່ນໃນໄລຍະສັ້ນ, ຫາກຍັງຕ້ອງມີບັນດາມາດຕະການຍາວນານ ແລະ ຕ້ອງມີຍຸດທະສາດດຳລົງຊີວິດຢູ່ຮ່ວມກັບເຊື້ອພະຍາດນີ້, ມຸ່ງໄປເຖິງສະພາບເປັນປົກກະຕິໃໝ່.

        ກ່າວຄຳເຫັນທີ່ວາລະປຶກສາຫາລືໃນຕອນເຊົ້າວັນທີ 25 ກໍລະກົດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວຫງອກຢຸງ ໃຫ້ຮູ້ວ່າ:

        “ສະເພາະໃນການແຜ່ລະບາດຮອບທີ 4 ນີ້, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍ. ຜ່ານການຜັນຂະຫຍາຍບ້ວງເງິນໜຼນຊ່ວຍ 26.000 ຕື້ດົ່ງ ມາເປັນເວລາ 15 ວັນ ໄດ້ສະແດງໃຫ້ເຫັນວ່າ ການປະກາດມະຕິເລກທີ 68 ແມ່ນທັນການ, ຖືກຕ້ອງ ແລະ ຖືກເປົ້າໝາຍ. 63/63 ທ້ອງຖິ່ນ ໄດ້ປະກາດໃຊ້ແຜນການ ແລະ ພວມຈັດຕັ້ງປະຕິບັດ. ມາຮອດວັນທີ 24 ກໍລະກົດ, ກຸ່ມນະໂຍບາຍກ່ຽວກັບປະກັນອຸປະຕິເຫດອາຊີບ ໄດ້ປະຕິບັດສຳເລັດການສຳຫຼວດກວດຄືນ, ດ້ວຍງົບປະມານ 4.300 ຕື້ດົ່ງ ມີ ຊາວຜູ້ອອກແຮງງານ 11 ລ້ານຄົນ ໄດ້ຮັບການຊົມໃຊ້; ໜູນຊ່ວຍຄ່າກິນໃຫ້ແກ່ຜູ້ພວມປິ່ນປົວໂລກລະບາດໂຄວິດ - 19 ແລະ ປະຕິບັດການແຍກຕົວ ໄດ້ຢ່າງທັນການ. ມີແຮງງານກວ່າ 52.000 ຄົນ ທີ່ຢຸດວຽກຊົ່ວຄາວຢູ່ວິສາຫະກິດເກືອບ 6.000 ແຫ່ງ ກໍໄດ້ຊົມໃຊ້ນະໂຍບາຍດັ່ງກ່າວ.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top