• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ນຳ​ວັກ​ຊິນ​​ມາ​ຮອດປະ​ເທດ​ໂດຍ​ໄວ ແລະ ຫຼາຍ​ທີ່​ສຸດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ບໍລິສັດ AstraZeneca ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ ຫວຽດນາມ ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 10 ລ້ານໂດສ ແຕ່ປັດຈຸບັນ ຮອດຕົ້ນເດືອນສິງຫາ 2021 ເພື່ອປະຕິບັດຍຸດທະສາວັກຊິນ ແລະ ສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢ່າງທັນການ, ປອດໄພ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບກຸ່ມບໍລິສັດ AstraZeneca ໂດຍທ່ານ Nitin Kapoor ປະທານ AstraZeneca ຢູ່ບັນດາຕະຫຼາດ ອາຊີ ທັງເປັນຜູ້ອຳນວຍການໃຫຍ່ AstraZeneca ປະຈຳ ຫວຽດນາມ, ເປັນຫົວໜ້າຄະນະ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ເລື່ອງນຳວັກຊິນກັນໂຄວິດ - 19 ມາຮອດຫວຽດນາມ ເປັນຈຳນວນຫຼາຍ ແລະ ໄວທີ່ສຸດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ບໍລິສັດ AstraZeneca ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ ຫວຽດນາມ ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 10 ລ້ານໂດສ ແຕ່ປັດຈຸບັນ ຮອດຕົ້ນເດືອນສິງຫາ 2021 ເພື່ອປະຕິບັດຍຸດທະສາວັກຊິນ ແລະ ສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢ່າງທັນການ, ປອດໄພ ແລະ ມີປະສິດທິຜົນ. ຜູ້ຕາງໜ້າກຸ່ມບໍລິສັດ AstraZeneca ໃຫ້ຮູ້ວ່າ ປັດຈຸບັນໃນທົ່ວໂລກ, ວັກຊິນກັນໂຄວິດ - 19 ພວມຂາດແຄນທີ່ສຸດ ຍ້ອນຄວາມຕ້ອງການໃນການນຳໃຊ້ວັກຊິນກັນໂຄວິດ - 19 ໃນທົ່ວໂລກແມ່ນຫຼວງຫຼາຍທີ່ສຸດ ໃນຂະນະນັ້ນຄວາມສາມາດໃນການຜະລິດວັກຊິນໃນທົ່ວໂລກຍັງມີຂໍ້ຈຳກັດ, ບໍ່ສາມາດຕອບສະໜອງໄດ້ທຸກຄວາມຕ້ອງການຂອງບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ທ່ານ Nitin Kapoor ກໍ່ໃຫ້ຄຳໝັ້ນສັນຍາກັບ ທ່ານນາຍົກລັດຖະມົນຕີວ່າ ຈະລາຍງານຕໍ່ບໍລິສັດ AstraZeneca ເພື່ອໃຫ້ບຸລິມະສິດ ແລະ ມານະພະຍາຍາມສົ່ງວັກຊິນໃຫ້ຫວຽດນາມ ຢ່າງໜ້ອຍສຸດ 8 ລ້ານໂດຍໃນເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ 2021. ທ່ານ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະລາຍງານຕໍ່ຜູ້ທີ່ມີສິດອຳນາດຂອງ AstraZeneca ເພື່ອຄົ້ນຄ້ວາ, ໃຫ້ບຸລິມະສິດຫຼຸດລາຄາ ວັກຊິນລົງໃນລາຄາດີທີ່ສຸດທີ່ສາມາດຫຼຸດໄດ້ ໃຫ້ແກ່ຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top