• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ຍືນຮ່າງ​ກົດ​ໝາຍ​ວ່າທຸລະ​ກິດ​ທາງ​ເອ​ເລັກ​ໂຕ​ນິກ ຕໍ່​ສະ​ພາ​ແຫ່ງ​ຊາດ

ເປົ້າໝາຍສ້າງກົດໝາຍເພື່ອແນໃສ່ສ້າງກອບນິຕິກຳໃຫ້ສົມບູນແບບ, ຄົບຖ້ວນ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນບັນດາການເຄື່ອນໄຫວຈາກສະພາບການຕົວຈິງໄປສູ່ສະພາບການດີຈີຕອນໃນທຸກຂະແໜງການ, ຂົງເຂດ, ເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນເປັນດີຈີຕອນແຫ່ງຊາດ
  ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ເຈິ່ນແມັງຮຸ່ງ ສະເໜີບົດລາຍງານກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກສະບັບປັບປຸງ (ພາບ: TTXVN)  

ໂດຍສືບຕໍ່ກອງປະຊຸມສະໄໝສະມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ, ບົດລາຍງານການກວດກາຮ່າງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກ (ສະບັບປັບປຸງ). ການປັບປຸງກົດໝາຍເພື່ອແກ້ໄຂບັນດາຂໍ້ຕິດຂັດ, ຄວາມອ່ອນດ້ວຍຂອງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກ ປີ 2005. ເປົ້າໝາຍສ້າງກົດໝາຍເພື່ອແນໃສ່ສ້າງກອບນິຕິກຳໃຫ້ສົມບູນແບບ, ຄົບຖ້ວນ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນບັນດາການເຄື່ອນໄຫວຈາກສະພາບການຕົວຈິງໄປສູ່ສະພາບການດີຈີຕອນໃນທຸກຂະແໜງການ, ຂົງເຂດ, ເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນເປັນດີຈີຕອນແຫ່ງຊາດ. ຮ່າງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກ (ສະບັບປັບປຸງ) ມີ 8 ພາກ ແລະ 57 ມາດຕາ. ແລະກໍ່ໃນກອງປະຊຸມ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ຮ່ວາງແທັງຕູງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດສະເໜີບົດງານອະພິປາຍ, ຮັບຮູ້, ປັບປຸງຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ). ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ານການກວດກາ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top