ຕາງໜ້າໃຫ້ຄະນະຜູ້ແທນອົງຄະນະພັກລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳສະເໜີບົດປະກອບຄຳເຫັນພາຍໃຕ້ຫົວຂໍ້ “ສ້າງລັດຖະບານ “ສ້າງສາພັດທະນາ, ຊື່ກົງບໍລິສຸດ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນ”. ຕາມທ່ານນາງຮອງນາຍົກລັດຖະມົນຕີແລ້ວ, ເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ລັດຖະບານຈະສືບຕໍ່ມານະພະຍາຍາມປະຕິບັດພາລະກຳ “ສ້າງສາພັດທະນາ, ຊື່ກົງບໍລິສຸດ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນຈົນສຸດຄວາມສາມາດຂອງຕົນ”.
ທ່ານນາງຮອງນາຍົກລັດຖະມົນຕີ ກໍຍົກໃຫ້ເຫັນ 6 ໜ້າທີ່ຈຸດສຸມຢ່າງຈະແຈ້ງ, ໃນນັ້ນ ສືບຕໍ່ບຸກທະລຸການສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສຳເລັດສົມບູນແບບ, ປົດປ່ອຍທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ; ຖືນີ້ແມ່ນ “ບຸກທະລຸຂອງບຸກທະລຸ”, ທ່າໄດ້ປຽບແກ້ງແຍ້ງແຫ່ງຊາດ. ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກວ່າວ່າ:
“ລະບອບລະບຽບການຕ້ອງມີການຫັນປ່ຽນຢ່າງແທ້ຈິງຈາກສະພາວະຄຸ້ມຄອງໄປສູ່ການສ້າງສາຮັບໃຊ້ການພັດທະນາ; ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ປຸກລຸກຄວາມຄາດຫວັງ, ຄວາມເຊື່ອໝັ້ນ ແລະ ເຈດຈຳນົງບືນຕົວຂຶ້ນຢ່າງແຮງຂອງທົ່ວສັງຄົມ. ໄປຄຽງຄູ່ກັນນັ້ນ, ກໍ່ຍູ້ແຮງວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ; ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນເປັນກຳລັງໜູນຕົ້ນຕໍ; ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນປັດໄຈແກ່ນສານເພື່ອຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່. ສຸມໃສ່ສ້າງຄວາມເປັນເຈົ້າຕົນເອງທາງຍຸດທະສາດ, ພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານ, ອຸດສາຫະກຳປາຍແຫຼມ… ຖືເປັນສຳຄັນເຖິງການຊຸກຍູ້ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາຢ່າງແຮງ.”.









