• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ​ຕັດ​ສິນ​ໃຈ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ໃນ​ອາ​ທິດ​ນີ້, ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ແນະ​ນຳ, ໃນ​ນັ້ນ​ເປັນ​ເຈົ້າ​ການ​ສະ​ເໜີ​ການ​ຍົກ​ລະ​ດັບອາ​ກອນລາຍ​ຮັບ​ຂອງ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ສ່ວນ​ບຸກ​ຄົນ​ແຕ່ 500 ລ້ານ​ດົ່ງ (ປະ​ມານ 19.000USD) /ປີ ຂຶ້ນ​ເຖິງ 1 ຕື້​ດົ່ງ (38.000 USD)/ປີ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ ​ຫ໋າຍ​ຝ່ອງ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 28 ເມ​ສາ, ຢູ່​ນະ​ຄອນ​ຫ໋າຍ​ຝ່ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ຄະ​ນະ​ຜູ້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ຫ໋າຍ​ຝ່ອງ ໄດ້​ຈັດ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍ​ຫຼັງ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI. ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຈັດ​ຂຶ້ນ​ແບບ​ທາງ​ໄກ ເຊື່ອມ​ຕໍ່​ກັບ 114 ຕາ​ແສງ, ເຂດ​ພິ​ເສດ ຂອງ​ນະ​ຄອນ ຫ໋າຍ​ຝ່ອງ.

ທີ່​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຖື​ວ່າ ໃນ​ສະ​ພາບ​ການ​ໂລກ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບ​ສົນ, ລັດ​ຖະ​ບານ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ຜັນ​ຂະ​ຫຍາຍ, ຫັນ​​​ບັນ​ດາ​ມະ​ຕິ​ຂອງ​ກົມ​ການ​ເມືອງ, ສະ​ພາ​ແຫ່ງ​ຊາດເປັນ​ຕົວ​ຈິງ​ ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ ແລະ ​ທັນ​ການ, ຄົບ​ຊຸດ; ຊີ້​ນຳ​ສະ​ເໜີ​ວິ​ທີ​ການຫຼຸດ​ຜ່ອນ, ປະ​ຕິ​ຮູບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ, ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ລຸ​ລ່ວງ, ແກ້​ໄຂ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ທີ່​ດິນ, ໂຄງ​ການ​ຍັງ​ຄົງຄ້າງ, ຊຸກ​ຍູ້​ການ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ 2 ຕົວ​ເລກ. ທ່ານ​ໃຫ້​ຮູ້​ວ່າ:

ໃນ​ໄລ​ຍະ​​ອັນ​ສັ້ນໆ, ປະ​ກາດ​ໃຊ້​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ, ບຸກ​ທະ​ລຸ​ເພື່ອ​ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ບັນ​ດາ​ໂຄງ​ການ​ທີ່​ດິນ ແລະ ໂຄງ​ການ​ຍັງ​ຄົງຄ້າງ. ຖ້າ​ຕັດ​ສິນ​ໃຈ​ປະ​ຕິ​ບັດ ແລະ ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ​ມີ​ປະ​ສິດ​ທິ​ຜົນ, ແນ່ນອນ​ວ່າ ມີ​ແຫຼ່ງ​ກຳ​ລັງ​ທີ່​ຍິງ​ໃຫຍ່​ຈະ​ນຳ​ເຂົ້າ​ການ​ຜ​ະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ຜ່ານ​ນັ້ນ, ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ໃຫຍ່​ນັ້ນ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ໃນ​ອາ​ທິດ​ນີ້, ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ແນະ​ນຳ, ໃນ​ນັ້ນ​ເປັນ​ເຈົ້າ​ການ​ສະ​ເໜີ​ການ​ຍົກ​ລະ​ດັບອາ​ກອນລາຍ​ຮັບ​ຂອງ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ສ່ວນ​ບຸກ​ຄົນ​ແຕ່ 500 ລ້ານ​ດົ່ງ (ປະ​ມານ 19.000USD) /ປີ ຂຶ້ນ​ເຖິງ 1 ຕື້​ດົ່ງ (38.000 USD)/ປີ

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

Top