• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຫວັງວ່າ ການເຈລະຈາກັບ ຢູແກຼນ ຈະບັນລຸໝາກຜົນຕັ້ງໜ້າ

ເຖິງວ່າບັ້ນການທະຫານພວມສືບຕໍ່ດຳເນີນໄປກໍຕາມ, ແຕ່ລັດເຊຍ ຍັງຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບວິວັດການທາງການທູດ.

   ການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

(ພາບ: AFP)   

 ໃນການພົບປະກັບທ່ານເລຂາທິການໃຫຍ່  ສປຊ Antonio Guterres ຢູ່ມົດສະກູ ໃນວັນທີ 26 ເມສາ, ທ່ານປະທານາທິບໍດີ ລັດເຊຍ  Vladimir Putin ປະກາດວ່າ ລັດເຊຍ ແລະ ຢູແກຼນ ຈະສືບຕໍ່ເຈລະຈາຕາມຮູບແບບທາງໄກ. ທ່ານປະທານາທິບໍດີ Vladimir Putin ກໍສະແດງຄວາມຫວັງວ່າ ການເຈລະຈາຈະນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ ແລະ ຢຸດຕິການປະທະກັນຢູ່ ຢູແກຼນ; ພ້ອມທັງຊີ້ແຈ້ງວ່າ ເຖິງວ່າບັ້ນການທະຫານພວມສືບຕໍ່ດຳເນີນໄປກໍຕາມ, ແຕ່ລັດເຊຍ ຍັງຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບວິວັດການທາງການທູດ.

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ອີກຄັ້ງໜຶ່ງໄດ້ຮຽກຮ້ອງໃຫ້ ມົດສະກູ ແລະ ກີແອບ ສົມທົບກັບ ສປຊ ເພື່ອແນໃສ່ສ້າງແລວຊ່ວຍເຫຼືອ ແລະ ຍົກຍ້າຍສາມັນຊົນຢູ່ ຢູແກຼນອອກຈາກເຂດສູ້ຮົບ. ໃນວັນດຽວກັນ, ສປຊ ກໍໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີກ່ຽວກັບຫຼັກການເພື່ອໃຫ້ ສປຊ ແລະ ຄະນະກຳມະການສະພາກາແດງສາກົນ ດຳເນີນການຍົກຍ້າຍສາມັນຊົນອອກຈາກໂຮງງານ Azovstal ຢູ່ນະຄອນ Mariupol ຂອງ ຢູແກຼນ.

ຕາມແຜນການແລ້ວ, ພາຍຫຼັງສິ້ນສຸດການຢ້ຽມຢາມ ລັດເຊຍ, ທ່ານ Antonio Guterres ຈະໄປ ຢູແກຼນ ແລະ ປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba, ກໍຄືພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນວັນທີ 28 ເມສາ. 

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top