• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ແລະຄູ່ຮ່ວມມືປຶກສາຫາລືກ່ຽວກັບສັນຍາ RCEP

ວັນທີ 08 ກັນຍາ, ຢູ່ນອກກອງປະຊຸມເສດຖະກິດ ອາຊຽນ ຄັ້ງທີ 51 (AEM 51), ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 7 ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ 6 ປະເທດຄູ່ຮ່ວມມືແມ່ນ ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ ແລະ ຈີນ ພວມດຳເນີນຢູ່ ບາງກອກ ປະເທດ ໄທ.

ບັນດາການນຳເຂົ້າຮ່ວມ RCEP

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືບັນດາມາດຕະການລະອຽດ ເພື່ອກຳນົດທິດໃຫ້ແກ່ໄລຍະການເຈລະຈາຈະມາເຖິງ ເຊິ່ງລວມມີ: ສືບຕໍ່ສະແດງຄວາມຕັດສິນໃຈດ້ານການເມືອງ ໃນການຊຸກຍູ້ໃຫ້ສິ້ນສຸດການເຈລະຈາ; ຍົກອອກບັນດາການຊີ້ນຳສຳລັບຄະນະນັກເຈລະຈາບັນດາປະເທດ ກ່ຽວກັບການສະແດງຄວາມຕັດສິນໃຈດ້ານການເມືອງ ນັ້ນໃນວິວັດການເຈລະຈາ, ພິເສດແມ່ນທ່າທີໄຫວພິບໃນການແກ້ໄຂບັນດາເນື້ອໃນທີ່ຍັງຄົງຄ້າງທັງໝົດ; ຊີ້ນຳສຳລັບວິທີການແກ້ໄຂບາງເນື້ອໃນສຳຄັນໃນບັນດາຂົງເຂດຄື ເປີດປະຕູຕະຫລາດສິນຄ້າ, ການລົງທຶນ…
(ແຫຼ່ງຄັດຈາກ VOV)

ທ່າ​ນ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ທ່າ​ນ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ວັ​ນ​ທີ 06 ກໍ​ລະ​ກົດ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ (ຮ່າ​ໂນ້ຍ), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ຂອງ​ບັນ​ດາ​ປະ​ເທ​ດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ເລີ່ມ​ຕົ້ນ​ປະ​ຕິ​ບັດ​ຫ​ນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

Top