• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງ ຕຳຫຼວດຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດ ສປປ.ລາວ

      ຕອນບ່າຍວັນທີ 24 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳຫວຽດນາມ.

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມຕ້ອນຮັບທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດສປປ.ລາວ
ປະຈຳຫວຽດນາມ (ພາບ:
bocongan.gov.vn)
      ຊົມເຊີຍທ່ານ ແສງເພດ ຮຸ່ງບຸນຍວງ ທີ່ມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງ ປະຕິບັດໜ້າທີ່ນີ້, ທ່ານເອກອັກຄະລັດຖະທູດຈະມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບບັນລຸໄດ້ ໝາກຜົນຫຼາຍຢ່າງໃນຂົງເຂດຕ່າງໆ. ພ້ອມທັງປາດຖະໜາວ່າ  ໃນໄລຍະຈະມາເຖິງ, ທ່ານ ແສງເພດ ຮຸ່ງບຸນຍວງ ຈະເອົາໃຈໃສ່ແລະຊ່ວຍເຫຼືອໃນການວຽກງານສົມທົບກັນຜັນຂະຫຍາຍເນື້ອໃນຮ່ວມມືລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການພັດທະນາລະຫວ່າງສອງປະເທດ.
            ສ່ວນ ທ່ານເອກອັກຄະລັດຖະທູດ ແສງເພດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກດ້ານໃນຫຼາຍປີຜ່ານມາ; ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ບັນລຸ ໄດ້ໝາກຜົນສຳຄັນຫຼາຍຢ່າງກ່ວາເກົ່າ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top