• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນຫຼີກ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ

ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາຢືນຢັນວ່າ ອາເມຣິກາຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຮອບດ້ານກັບວຽດນາມແລະສະໜັບສະໜູນປະເທດຫວຽດນາມໝັ້ນຄົງ, ເປັນເອກະລາດ, ວັດທະນາຖາວອນ. ພ້ອມທັງສະແດງຄວາມຫວັງຢາກໃຫ້ຫວຽດນາມມີບົດບາດນັບມື້ນັບສຳຄັນໃນພາກພື້ນ.

ທ່ານພົນເອກໂງຊວັນຫຼີກ ຮອງເລຂາຄະນະພັກການທະຫານສຸນກາງ, ລັດຖະມຸນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 21 ພະຈິກຢູ່ຮ້າໂນ້ຍ, ທີ່ການຕ້ອນຮັບທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ເນຶ່ອງໃນໂອກາດການຢ້ຽມຢາມຫວຽດນາມ, ທ່ານພົນເອກໂງຊວັນຫຼີກ ຮອງເລຂາຄະນະພັກການທະຫານສຸນກາງ, ລັດຖະມຸນຕີກະຊວງປ້ອງກັນປະເທດໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງຄະນະ ເພື່ອເປັນການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ໝາກຜົນສອງຝ່າຍໄດ້ບັນລຸໃນການຮ່ວມມືແກ້ໄຂ່ຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງຄວາມສາມາດໃຫ້ແກ່ກຳລັງຕຳຫລວດທະເລຫວຽດນາມ...ສ່ວນທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາຢືນຢັນວ່າ ອາເມຣິກາຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຮອບດ້ານກັບວຽດນາມແລະສະໜັບສະໜູນປະເທດຫວຽດນາມໝັ້ນຄົງ, ເປັນເອກະລາດ, ວັດທະນາຖາວອນ. ພ້ອມທັງສະແດງຄວາມຫວັງຢາກໃຫ້ຫວຽດນາມມີບົດບາດນັບມື້ນັບສຳຄັນໃນພາກພື້ນ. 
 (ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top