• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ເລຂາທິການຜູ້ປະຈຳການກະຊວງປ້ອງກັນປະເທດ ໄທ

      ຕອນບ່າຍວັນທີ 04 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານພົນເອກ ໄຈຈານ ຊ້າງມົງກົນ, ເລຂາທິການຜູ້ປະຈຳການກະຊວງປ້ອງກັນປະເທດ ໄທ, ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມປຶກສາຫາລືນະໂຍບາຍການຕ່າງປະເທດ ຫວຽດນາມ-ໄທ ຄັ້ງທຳອິດຢູ່ຫວຽດນາມ. 

ທ່ານ ທ່ານພົນເອກ ໄຈຈານ ຊ້າງມົງກົນ ແລະ ທ່ານນາຍພົນເອກ ໂງຊວນລິກ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ ການຮ່ວມມືໃນຂົງເຂດການທະຫານ, ການປ້ອງກັນປະເທດ ລະຫວ່າງ ຫວຽດນາມ ແລະ ໄທ ໄດ້ມີບາດກ້າວພັກທະນາຮອບດ້ານ, ມີປະສິດທິຜົນໂດຍຜ່ານບັນດາເນື້ອໃນການຮ່ວມມືປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການສົມທົບຢ່າງຮອບດ້ານໃນບັນດາຂົງເຂດຄື: ການຮ່ວມມືດ້ານກອງທັບເຮືອ, ການລາດຕະເວນລວມໃນທະເລ, ຮັບປະກັນຄວາມປອດໄພໃຫ້ຊາວປະມົງ; ແລກປ່ຽນບົດຮຽນໃນການຄຸ້ມຄອງ, ປ້ອງກັນເຂດຊາຍແດນ, ສ້າງເສັ້້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຍູ້ແຮງບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າຮົບຂອງສອງປະເທດ
        ໃນວັນດຽວກັນ, ທ່ານພົນເອກ ໄຈຈານ ຊ້າງມົງກົນ ໄດ້ເຈລະຈາກັບ ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ; ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມື ລະຫວ່າງກອງທັບສອງປະເທດ ໃນໄລຍະຜ່ານມາ ແລະ ເປັນເອກະພາບດ້ານເນື້ອໃນ, ທິດທາງ, ມາດຕະການຊີ້ນຳການຮ່ວມມືໃນໄລຍະຕໍ່ໜ້າ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top