• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມຕໍ່ຄະນະປະຈຳສະພາແຫ່ງຊາດ

ກອງປະຊຸມນີ້ຈະດຳເນີນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ທາງອອກນລາຍກັບ 62 ຄະນະສະມາຊິກສະແຫ່ງຊາດຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
  ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມ (ພາບ: quochoi.vn)  

ວັນທີ 10 ສິງຫາ ຈະມາເຖິງ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງທີ 14. ກອງປະຊຸມນີ້ຈະດຳເນີນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ທາງອອກນລາຍກັບ 62 ຄະນະສະມາຊິກສະແຫ່ງຊາດຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ເລື່ອງຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນຕາມໝວດບັນຫາ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຕອບຄຳຊັກຖາມໝວດບັນຫາທີ 1 ກ່ຽວຂ້ອງເຖິງວຽກງານຄຸ້ມຄອງລັດກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ…  ໝວດບັນຫາທີ 2 ຂຶ້ນກັບຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແມ່ນຜູ້ຕອບຄຳຊັກຖາມຕົ້ນຕໍ່ ກ່ຽວກັບເລື່ອງຜັນຂະຫຍາຍບັນດາໜ້າທີ່, ມາດຕະການກະຕຸ້ນ, ຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ-19…

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​​ການ​ຢ້ຽມ​ຢາມ​ຄັ້ງປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​​ການ​ຢ້ຽມ​ຢາມ​ຄັ້ງປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ

“ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ”. ນີ້​ແມ່ນ​ຄຳ​ຕີ​ລາ​ຄ​າ​ຂອງ​ທ່ານ​ນາງ ສ​ຈ. ຮານ​ຈີນ​ເຢືອ, ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ກ່ຽວ​ກັບ ຫວຽດ​ນາມ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ລັດ​ທິ Marx, ຂຶ້ນ​ກັບ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ຈີນ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV.

Top