
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ຖະແຫຼງວ່າ ນີ້ແມ່ນບາດກ້າວທຳອິດ ແລະ ບັນລຸໄດ້ໝາກຜົນນີ້ຍ້ອນມີການປະກອບສ່ວນຂອງປະຊາຊົນ ລາວ ທຸກຖ້ວນໜ້າດ້ວຍສະຕິຄວາມຮັບຜິດຊອບໃນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 .
ທ່ານ ທອງລຸນ ສີສຸລິດ ກ່າວເຕືອນວ່າ ເຖິງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວກໍ່ຕາມແຕ່ວ່າກະຊວງ, ຂະແໜງການຕ່າງໆບໍ່ໄດ້ປະໝາດ. ທ່ານ ທອງລຸນ ສີສຸລິດໃຫ້ຮູ້ວ່າ: ລັດຖະບານ ລາວ ຈະສືບຕໍ່ຕີລາຄາສະພາບການເພືຶ່ອດັດປັບບັນດາມາດຕະການສະກັດກັ້ນ ແລະ ຄວບຄຸມຢ່າງເໝາະສົມ, ເພື່ອນຳຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິ, ກໍ່ຄືເຊື່ອມຕໍ່ການເຄື່ອນໄຫວຂອງວິສາຫະກິດຄື່ນໃໝ່.
(ແຫຼ່ງຄັດຈາກ VOV)