• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານໄຂກອງປະຊຸມນັດສາມັນເດືອນ ກຸມພາ 2019

ຕອນເຊົ້າວັນທີ 01 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນ ກຸມພາ 2019 ຂອງ ຫວຽດນາມ. 
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ເດືອນ ກຸມພາ ມີ 2 ເຫດການພົ້ນເດັ່ນ ເຊິ່ງພັກ, ລັດ, ພິເສດແມ່ນລັດຖະບານ ໄດ້ສຸມໃສ່ຊີ້ນຳຜັນຂະຫຍາຍໂດຍກົງ ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ.

 ລັດຖະບານໄຂກອງປະຊຸມນັດສາມັນເດືອນ ກຸມພາ 2019 (ພາບ: VGP)

 ທຳອິດແມ່ນການຈັດຕັ້ງບຸນປີໃໝ່ປະຈຳຊາດປີກຸນ ດ້ວຍຄວາມເບີກບານມ່ວນຊື່ນອົບອຸ່ນ, ສົມບູນພູນສຸກ, ສ້າງບັນຍາກາດມ່ວນຊື່ນ, ມີຄວາມຜາສຸກແຜ່ຂະຫຍາຍໃນທົ່ວປະເທດ. ເຫດການທີ 2 ແມ່ນວຽກງານກະກຽມໃຫ້ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ເຖິງວ່າເວລາຮີບດ່ວນກໍ່ຕາມ, ແຕ່ວຽກງານກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພຢ່າງສຸດຂີດ, ທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກການນຳ ອາເມລິກາ ແລະ ສປປ.ເກົາຫຼີ ກໍ່ຄືຫາງສຽງສາກົນ. ພິເສດແມ່ນພາບພົດຂອງ ຫວຽດນາມ ໄດ້ຮັບການໂຄສະນາອອກສູ່ໂລກແມ່ນປະເທດຮັກຫອມສັນຕິພາບ, ບັນລຸໄດ້ຜົນງານຫລາຍຢ່າງໃນພາລະກິດປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        ອາດເວົ້າໄດ້ວ່າ: ພາຍໃຕ້ການຊີ້ນຳນຳພາຂອງກົມການເມືອງ, ຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ພວກເຮົາໄດ້ປະຕິບັດວຽກງານຫລາຍຢ່າງ ເພື່ອປະກອບສ່ວນເຂົ້າໃນການພົວພັນສາກົນ, ກຳແໜ້ນກາລະໂອກາດດັ່ງກ່າວດີທີ່ສຸດ ເພື່ອໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ທີ່ຮັກແພງແຂກຄົນອອກສູ່ໂລກ ອັນໄດ້ສ້າງຄວາມປະທັບໃຈຢ່າງແຮງ . ການໂຄສະນາກ່ຽວກັບເຫດການດັ່ງກ່າວສູງ ທົບເກືອບ 50 ເທົ່າ ເມື່ອທຽບໃສ່ການໂຄສະນາກ່ຽວກັບ APEC ຫວຽດນາມ ປີ 2017.

        ກ່ຽວກັບບັນດາມາດຕະການສ້າງການເຕີບໂຕເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາກະຊວງ, ຂະແໜງການຕ່າງໆ ມີມາດຕະການຢ່າງຮີບດ່ວນໃຫ້ແກ່ບັນຫານີ້. ທ່ານ ຫງວຽນຊວນຟຸກ ກ່າວວ່າ:

        ດ້ວຍຈິດໃຈນັ້ນ ພວກເຮົາ ຕ້ອງບັນລຸໝາກຜົນລື່ນກາຍຄາດໝາຍຂອງແຜນການທີ່ວາງອອກໃນປີ 2019. ບົນຈິດໃຈນັ້ນ ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄຕມາດ 1 ເພື່ອບັນລຸໄດ້ໝາກຜົນຮອບດ້ານຄືດັ່ງຄວາມຫວັງ ໃນຂະນະທີ່ສະພາບການສາກົນ ແລະ ພາກພື້ນພວມມີການຜັນແປຫລາຍຢ່າງ.ເພາະສະນັ້ນ, ຂ້າພະເຈົ້າສະເໜີລັດຖະມົນຕີ, ຫົວໜ້າຂະແໜງການລາຍງານ ຍົກອອກບັນດາບັນຫາແກ້ໄຂ, ນັບທັງບັນດາຂົງເຂດວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ປະຕິຮູບການບໍລິຫານ, ການປ້ອງກັນຕ້ານການສໍ້ລາດບັງຫລວງການຟຸມເຟືອຍ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ເພື່ອບັນລຸໄດ້ໝາກຜົນດີທີ່ສຸດໃນໄຕມາດ 1.

        ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານສະພາບການເສດຖະກິດສັງຄົມເດືອນ ກຸມພາ ແລະ 2 ເດືອນຕົ້ນປີ 2019.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top