• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມສະໄໝສະມັນປະຈຳເດືອນພຶດສະພາ

      ກ່າວຄຳເຫັນໄຂກອງປະຊຸມສະໄໝສາມັດປະຈຳເດືອນພຶດສະພາຂອງລັດຖະບານໃນວັນທີ 3 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດາສະມາຊິກ ລັດຖະບານຊາບໝາກຜົນອັນດີງາມ, ຮອບດ້ານຂອງການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ.
 ກອງປະຊຸມສະໄໝສາມັນຂອງລັດຖະບານ
      ສຳລັບດ້ານເສດຖະກິດ ສັງຄົມ ໃນເດືອນພຶດສະພາ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາມີຫຼາຍສິ່ງສະດວກທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ເພື່ອເປັນທ່າເຕີບໂຕ. ບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງໃຫ້ເຫັນມີຫຼາຍຈຸດຕັ້ງໜ້າຄື: ໄພເງິນເຟີ້ສືບຕໍ່ໄດ້ຖືກຄວບຄຸມ, ການດຶງດູດ FDI ແລະ ການບໍລິການທ່ອງທ່ຽວເຕີບໂຕເປັນຢ່າງດີ, ເລື່ອງແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດກໍ່ໄດ້ຮັບການຜັນຂະຫຍາຍຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດຍັງມີສິ່ງທ້າທາຍຫຼາຍຢ່າງ. ກ່ຽວກັບໜ້າທີ່ເຕີບໂຕ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
        ກ່ອນອື່ນໝົດແມ່ນຍູ້ແຮງການຜະລິດດຳເນີນທຸລະກິດໃນບັນດາຂົງເຂດ. ທີ່ສອງແມ່ນການປ່ອຍເງິນລົງທຶນ, ເຊິ່ງແມ່ນຂອດອ່ອນດ້ອຍ. ໄລ່ມາຮອດປະຈຸບັນສາມາດປ່ອຍເງິນໄດ້ພຽງ 30% ເທົ່ານັ້ນ. ທີສາມແມ່ນ, ຕ້ອງປ່ອຍສິນເຊື່ອໃນໄຕມາດນີ້ແມ່ນເທົ່າໃດ, ຂົງເຂດໃດ. ຈິດໃຈປ່ອຍສິນເຊື່ອເພີ່ມ 18%, ແຕ່ໃນປະຈຸບັນໄດ້ພຽງ 5%, ຫາກບໍ່ຄວນປະປ່ອຍຮອດໄລຍະທ້າຍປີ.
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top