• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານກະທຳ, ຂະແໜງກະສິກຳກໍ່ຕ້ອງມີການກະທຳ

      ຕີລາຄາສູງບັນດາໝາກຜົນເຊິ່ງຂະແໜງກະສິກຳບັນລຸໄດ້ໃນປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຍົກໃຫ້ເຫັນບັນດາສິ່ງຄົງຄ້າງ ເຊິ່ງຂະແໜງຕ້ອງໄດ້ແກ້ໄຂໃນປີ 2018
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ
      ລັດຖະບານກະທຳ, ຂະແໜງກະສິກຳກໍ່ຕ້ອງມີການກະທຳ - ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມສະຫລຸບຂະແໜງກະສິກຳປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018, ດຳເນີນໃນວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ.
        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງກະສິກຳ, ຊົນນະບົດ, ຊາວກະສິກອນ.
        ຕີລາຄາສູງບັນດາໝາກຜົນເຊິ່ງຂະແໜງກະສິກຳບັນລຸໄດ້ໃນປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຍົກໃຫ້ເຫັນບັນດາສິ່ງຄົງຄ້າງ ເຊິ່ງຂະແໜງຕ້ອງໄດ້ແກ້ໄຂໃນປີ 2018, ໃນນັ້ນເນັ້ນໜັກເຖິງສະພາບພົນລະເມືອງຫຼາຍ, ຄົນງານຫຼາຍ ແຕ່ຄຸນນະພາບຄົນງານຢູ່ເຂດຊົນນະບົດຍັງຕ່ຳ ແມ່ນບັນຫາໃຫຍ່ຕ້ອງໄດ້ແກ້ໄຂ.
        ກ່ຽວກັບໜ້າທີ່ສຳລັບຂະແໜງກະສິກຳໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
        “ກຳນົດທິດທາງຂອງປີ 2018 ແມ່ນສ້າງບັນດາການຫັນປ່ຽນໃຫ້ຈະແຈ້ງກ່ວາ, ແທດຈິງກ່ວາໃນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່. ສຸມໃສ່ພັດທະນາພື້ນຖານຜະລິດສິນຄ້າຂະໜາດໃຫຍ່, ໝູນໃຊ້ເຕັກໂນໂລຢີສູງ, ໝູນໃຊ້ກາລະໂອກາດທີ່ດີຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ ກ່ວາອີກ. ຍູ້ແຮງການສ້າງຊົນນະບົດໃໝ່ຕິດພັນກັບການຍົກສູງກຳລັງການຜະລິດ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ ແລະ ເຮັດໃຫ້ສະມັດຕະພາບການອອກແຮງງານກະສິກຳເພີ່ມຂຶ້ນ. ນີ້ແມ່ນໜ້າທີ່ສຳຄັນ, ກວມລວມບໍ່ພຽງແຕ່ໃນປີ 2018 ເທົ່ານັ້ນ ຫາກໃນຊຸມປີຕໍ່ໄປອີກດ້ວຍ.”
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top