• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມແຫຼ່ງກໍາລັງສັງຄົມ, ແກ້ໄຂຈຸດອຸດຕັນ, ຍົກສູງລັກສະນະປະສິດທິຜົນໃນການບໍລິຫານ, ປະກອບສ່ວນນໍາເສດຖະກິດ ຫວຽດນາມ ບຸກທະລຸ

      ຕອນບ່າຍວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມອອນລາຍຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ກ່ຽວກັບການຜັນຂະຫຍາຍການປະຕິບັດ ມະຕິເລກທີ 01 ແລະ 02 ໃນປີ 2020 ຂອງລັດຖະບານ ດ້ວຍຫົວຂໍ້ ແກ້ໄຂຈຸດອຸດຕັນ, ລະດົມແຫຼ່ງກໍາລັງສັງຄົມ, ເຄື່ອນໄຫວຢ່າງມີປະສິດທິຜົນ”.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີີລາຄາສູງຕໍ່ເລື່ອງ ກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ສ້າງຮ່າງກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ) ແລະ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ  ເຊິ່ງໄດ້ສ້າງບາດກ້າວບຸກທະລຸໃນການປະຕິບັດການລົງທຶນພາກລັດ.
        ສໍາລັບປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຫັນດີເປັນເອກະສັນກັບ ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບຫົວຂໍ້ເຄື່ອນໄຫວຂອງປີ 2020 ແມ່ນ: ແກ້ໄຂຈຸດອຸດຕັນ, ລະດົມແຫຼ່ງກໍາລັງສັງຄົມ, ເຄື່ອນໄຫວຢ່າງມີປະສິດທິຜົນ. ນະທີ່ນີ້, ທ່ານກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງກະຊວງແຜນການ ແລະ ການລົງທຶນໃນໄລຍະຈະມາເຖິງ, ທ່ານຖືວ່າ:
        ກະຊວງສວມບົດບາດສໍາຄັນເໝືອນດັ່ງນັກຄະນິດສາດ, ກະຊວງຕ້ອງ ນໍາໜ້າໃນການແກ້ໄຂບັນດາບັນຫາທີ່ມີຄວາມຫຍຸ້ງຍາກກ່ຽວກັບການພັດທະນາປະເທດຊາດ, ໂດຍສະເພາະແມ່ນລະດົມແຫຼ່ງກໍາລັງ, ແກ້ໄຂຈຸດອຸດຕັນ, ຍົກສູງປະສິດທິຜົນໃນການບໍລິຫານ. ປີ 2020 ແມ່ນປີມີຄວາມໝາຍສໍາຄັນເປັນພິເສດ, ສະນັ້ນ ຮຽກຮ້ອງໃຫ້ກະຊວງ ຕ້ອງວາງແຜນ, ປະກອບຄໍາເຫັນເພື່ອໃຫ້ເສດຖະກິດຫວຽດນາມ ບັນລຸເປົ້າໝາຍທີ່ວາງອອກໂດຍໄວ, ສ້າງບາດກ້າວບຸກທະລຸຢູ່ທຸກຂອດ, ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ, ເພື່ອປະຕິບັດມະຕິເລກທີ 01 , 02  ແລະ ມະຕິສະບັບຕ່າງໆຂອງລັດຖະບານ ໃຫ້ສໍາເລັດໂດຍໄວໃນປີ 2020”.
        ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວນປຶກສາຫາລື, ສະເໜີໃຫ້ປ່ຽນຊື່ ກະຊວງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາກວ່າ, ໃນນັ້ນ ທ່ານສະເໜີ ສອງຊື່ ເພື່ອປຶກສາຫາລືກັນນັ້ນແມ່ນ ຄະນະກໍາມະການປະຕິຮູບປ່ຽນແປງໃໝ່ ຫຼື ກະຊວງເສດຖະກິດຍຸດທະສາດ ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top