• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຣູມານີ ມອບວັກຊິນ Astra Zeneca 1 ແສນໂດສໃຫ້ແກ່ຫວຽດນາມເປັນຂອງຂວັນ

ຕອນບ່າຍວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽຊວນຟຸກ ໄດ້ມີການເຈລະຈາກັບປະທານາທິບໍດີ ຣູມານີ Klaus Iohannis ເພື່ອແລກປ່ຽນ ບັນດາມາດຕະການລະອຽດ ແນໃສ່ເປີດກ້ວາງ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເພີ່ມຄວາມເລິກເຊິ່ງຂຶ້ນຕື່ມ.
ທ່ານປະທານປະເທດຫວຽດນາມ ຫງວຽຊວນຟຸກ

ການນຳ ທັງ 2 ທ່ານໄດ້ເຫັນດີ ຮັກສາ ແລະ ຊຸກຍູ້ບັນດາກົນໄກແລກປ່ຽນ 2 ຝ່າຍ, ພ້ອມທັງຍູ້ແຮງການຮ່ວມມືໃນບາງຂົງເຂດບຸລິມະສິດຄື ເສດຖະກິດ-ການຄ້າ, ການສຶກສາ-ກໍ່ສ້າງ, ການຮ່ວມມືທາງດ້ານແຮງງານ.

      ໂອກາດນີ້, ປະທານາທິບໍດີ ຣູມານີ Klaus Iohannis ໄດ້ແຈ້ງໃຫ້  ທ່ານປະທານປະເທດຫວຽດນາມ ຫງວຽຊວນຟຸກ ຮັບຊາບ ວ່າ ລັດຖະບານ ຣູມານີ ໄດ້ຕົກລົງ ມອບວັກຊິນ Astra Zeneca 1 ແສນໂດສໃຫ້ແກ່ຫວຽດນາມເປັນຂອງຂວັນ ກໍຄືພິຈາລະນາຈະຂາຍວັກຊິນໃຫ້ແກ່ຫວຽດນາມໃນໄລຍະທີ່ຈະມາເຖິງ.

      ກ່ຽວກັບການສະໜອງວັກຊິນ ຍັງມີຂ່າວວ່າ : ໃນການເຮັກວຽກທາງອອນລາຍລະຫວ່າງ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ແລະ ທ່ານ John Paul Pullicino ຜູ້ອຳນວຍການໃຫຍ່ ບໍລິສັດ Pfizer ຫວຽດນາມຈຳກັດ, ທາງຝ່າຍບໍລິສັດ ໄດ້ໝັ້ນໝາຍຮັບປະກັນສະໜອງ ວັກຊິນ 20 ລ້ານໂດສໃນໄຕມາດ 4 ປີນີ້ເພື່ອໃຫ້ຫວຽດນາມຜັນຂະຫຍາຍການສັກວັກຊິນຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top