• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢຶດໝັ້ນແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງຄຸນສົມບັດສິນທຳປະຕິວັດຂອງພັກ

      ໃນຄາວຍັງມີຊີວິດຢູ່, ຫນຶ່ງໃນບັນດາສິ່ງທີ່ທ່ານປະທານໂຮ່ຈີມິນ ຍາມໃດກໍ່ມີຄວາມເປັນຫ່ວງກັງວົນແມ່ນການກໍ່ສ້າງພັກກອມມູນິດຫວຽດນາມ ໃຫ້ມີຄວາມປອດໃສໝັ້ນຄົງ ເຂັ້ມແຂງ. ຕາມນັ້ນແລ້ວ, ພັກ ຕ້ອງສະແດງໃຫ້ເຫັນຄຸນສົມບັດສິນທຳ, ສີວິໄລ, ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງຊາບຊຶມຄຸນສົມບັດສິນທຳປະຕິວັດ, ແມ່ນການນຳ, ຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ. ແນວຄິດກໍ່ສ້າງ ຄຸນສົມບັດສິນທຳປະຕິວັດ ຂອງພັກ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງໃນຈິນຕະນາການທິດສະດີ ແລະ ການເຄື່ອນໄຫວພຶດຕິກຳຕົວຈິງຂອງເພິ່ນ, ຍາມໃດກໍ່ແມ່ນເຂັມຊີ້ທິດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນຮ່ຳຮຽນ ແລະ ປະຕິບັດຕາມ.

ທ່ານຫວໍວັນເຖືອງກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກກອມມູນິດ ຫວຽດນາມ
      ໃນບົດນິພົນ ຄຸນສົມບັດສິນທຳປະຕິວັດ ແມ່ນລະບຸແນວຄິດໂຮ່ຈີມິນ ກ່ຽວກັບ ຄຸນສົມບັດສິນທຳປະຕິວັດເວົ້າລວມ, ແນວຄິດກໍ່ສ້າງພັກກ່ຽວກັບຄຸນສົມບັດເວົ້າສະເພາະ, ທ່ານປະທານໂຮ່ຈີມິນ ໄດ້ກຳນົດວ່າ “ເວົ້າໂດຍຫຍໍ້: ຄຸນສົມບັດສິນທຳປະຕິວັດ ແມ່ນ ຕະຫລອດຊີວິດແມ່ນຕັດສິນໃຈການຕໍ່ສູ້ເພື່ອພັກ, ເພື່ອການປະຕິວັດ”
 ຈິນຕະນາການທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບຄຸນສົມບັດສິນທຳປະຕິວັດແມ່ນສິ່ງອັນລ້ຳຄ່າ
ໃນບົດພິໄນກຳຂອງເພິ່ນ ໄດ້ຕັກເຕືອນໃຫ້ທົ່ວພັກ, ທົ່ວປວງຊົນສິ່ງທີ່ສຸດຈິດສຸດໃຈກ່ອນທີ່ເພີ່ນເຖິງແກ່ມໍລະນະກຳເມື່ອປີ 1969 ວ່າ: “ພັກເຮົາແມ່ນພັກກຳອຳນາດ. ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງເຊື່ອມຊຶມ ຄຸນສົມບັດສິນທຳປະຕິວັດ, ປະຢັດມັດທະຍັດ ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ. ຕ້ອງຮັກສາພັກເຮົາໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ສົມກັບການນຳ, ຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ.
ບົດພິໄນກຳຂອງທ່ານປະທານໂຮ່ຈີມິນ ລະບຸບັນດາແນວຄິດໃຫຍ່ກ່ຽວກັບການກໍ່ສ້າງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງເວົ້າລວມ ແລະ ການກໍ່ສ້າງ ຄຸນສົມບັດສິນທຳປະຕິວັດເວົ້າສະເພາະ. ທ່ານ ຫວໍວັນເຖຶອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ເນັ້ນຫນັກວ່າ:
ສຳລັບວຽກງານກໍ່ສ້າງ ແລະ ປັບປຸງພັກ, ພິໄນກຳຂອງເພິ່ນ ສືບຕໍ່ແມ່ນພື້ນຖານທິດສະດີ, ພຶດຕິກຳ ແລະ ການບອກສອນອັນລ້ຳຄ່າເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ທົ່ວພັກ ປະຕິບັດບັນດາຫນ້າທີ່ເພີ່ມທະວີການກໍ່ສ້າງ ປັບປຸງພັກຢ່າງມີໄຊ, ຕໍ່ສູ້ສະກັດກັ້ນຍູ້ບັນດາປະກົດການຜັນແປເອງ, ຫັນປ່ຽນເອງ, ປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງໃຫ້ຖອຍໄປ.
 ໃນບົດນິພົນທິດສະດີປະຕິວັດກໍ່ຄືໃນຄວາມຈິງ, ຍາມໃດທ່ານປະທານໂຮ່ຈີມິນ ກໍ່ຊີ້ໃຫ້ເຫັນບັນດາຫລັກການພື້ນຖານຊີ້ນຳວິວັດການຝຶກຝົນຫລໍ່ຫລອມ ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ. ນັ້ນແມ່ນ ເວົ້າໄປຄຽງຄູ່ກັບການປະຕິບັດ, ເປັນແບບຢ່າງຄຸນສົມບັດ, ຝຶກຝົນຫລໍ່ຫລອມຄຸນສົມບັດຕະຫລອດຊີວິດ, ມີການສົມທົບກັນລະຫວ່າງ ການກໍ່ສ້າງຄຸນສົມບັດກັບການຕໍ່ສູ້ຕ້ານບັນດາປະກົດການເສຍຄຸນສົມບັດ.
ທ່ານປະທານໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນວຽກງານສຶກສາການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກ. ຕາມເພິ່ນແລ້ວ, ກ່ອນອື່ນໝົດ ຕ້ອງສຸມໃສ່ສຶກສາໃຫ້ສະມາຊິກພັກ ບັນດາມາດຖານຄຸນສົມບັດ: ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຖືຜົນປະໂຫຍດຂອງພັກ, ຂອງຊາດເຫນືອກວ່າສິ່ງໃດໝົດ. ທີສອງແມ່ນ ຄຸນສົມບັດກ່ຽວກັບການປະຢັດມັດທະຍັດ ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.ທີສາມ ຄຸນສົມບັດແມ່ນຕິດພັນກັບປະຊາຊົນ. ຕາມເພິ່ນແລ້ວ ນີ້ແມ່ນຕົ້ນກຳເນີດກຳລັງແຮງຂອງພັກ.
 ຢຶດໝັ້ນແນວຄິດປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງ ຄຸນສົມບັດສິນທຳປະຕິວັດຂອງພັກ
ກໍ່ສ້າງພັກກ່ຽວກັບ ຄຸນສົມບັດສິນທຳປະຕິວັດແມ່ນເນື້ອໃນຫນຶ່ງໃນບັນດາເນື້ອໃນກໍ່ສ້າງພັກ, ພ້ອມກັບບັນດາເນື້ອໃນອື່ນ ແມ່ນກໍ່ສ້າງພັກກ່ຽວກັບແນວຄິດ, ກໍ່ສ້າງພັກ ກ່ຽວກັບການເມືອງ, ກ່ຽວກັບການຈັດຕັ້ງ, ສ້າງເປັນເນື້ອໃນສັງລວມຂອງວຽກງານກໍ່ສ້າງພັກຂອງພັກກອມມູນິດຫວຽດນາມ ໃນແຕ່ລະໄລຍະປະຕິວັດ ເປັນຕົ້ນໃນສະພາບການປະຈຸບັນ.
ທ່ານຮອງສາດສະດາຈານ, ປອ ດວ່ານເທແຮງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນ:
ຕໍ່ຫນ້າສະພາບການ ພັກກອມມູນິດຫວຽດນາມ ພວມດຳເນີນການກະກຽມກອງປະຊຸມໃຫຍ່ອົງຄະນະພັກທົ່ວປະເທດຄັ້ງທີ 13 ຮຽກຮ້ອງຕ້ອງຄັດເລືອກຜູ້ບໍ່ພຽງແຕ່ມີຄວາມເກັ່ງກ້າສາມາດໃນການຊີ້ນຳນຳພາເທົ່ານັ້ນ ຫາກຕ້ອງເປັນແບບຢ່າງຈັນຍາທຳອີກດ້ວຍ.
ເອົາໃຈໃສ່ກໍ່ສ້າງ ຄຸນສົມບັດສິນທຳປະຕິວັດຂອງພັກ ແມ່ນການສືບທອດ, ໝູນໃຊ້ແນວຄິດໂຮ່ຈີມິນ ທັງແມ່ນການຮຽກຮ້ອງຂອງພຶດຕິກຳປະຕິວັດ. ໃນເງື່ອນໄຂປະຈຸບັນ, ການກໍ່ສ້າງພັກ ກ່ຽວກັບຄຸນສົມບັດຈະຊ່ວຍສ້າງແຫລ່ງກຳລັງແຮງພາຍໃນ, ປັດໄຈເປັນກົກເຄົ້າພາຍໃນພັກ ແລະ ສະມາຊິກພັກແຕ່ລະຄົນ.
 ເມື່ອສະມາຊິກພັກແຕ່ລະຄົນ ແລະ ທົ່ວພັກ ປະຕິບັດຄຸນສົມບັດໃຫ້ປອດໃສ, ຖືຜົນປະໂຫຍດຂອງປະເທດ ຂອງຊາດເຫນືອກວ່າສິ່ງໃດໝົດ ຈະສ້າງເປັນກຳລັງແຮງສັງລວມ, ເປັນເອກະພາບຂອງທົ່ວພັກໃນການຈັດຕັ້ງ, ການຊີ້ນຳນຳພາພາລະກິດປະຕິວັດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ປະຕິວັດທີ່ໄດ້ວາງອອກ. ເມື່ອກໍ່ສ້າງພັກກ່ຽວກັບຄຸນສົມບັດໄດ້ຮັບຄວາມເອົາໃຈໃສ່, ພື້ນຖານກຳລັງແຮງຂອງພັກກໍ່ໄດ້ຮັບການເພີ່ມທະວີເພື່ອເອົາຊະນະບັນດາໄພນາບຂູ່ຈາກພາຍໃນ ແລະ ພາຍນອກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top