• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢາລາຍ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດາແຫຼ່ງກຳລັງໃຫ້ເປັນຢ່າງດີເພື່ອພັດທະນາໂດຍໄວ, ຍືນຍົງ, ເຕັມໄປດ້ວຍສີສັນ

ຕອນເຊົ້າວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ຂອງ ລັດຖະບານ ໄດ້ມີການເຮັດວຽກ ກັບຄະນະປະຈຳຄະນະພັກແຂວງ ຢາລາຍ ກ່ຽວກັບສະພາບການ, ໝາກຜົນການປະຕິບັດໜ້າທີ່ປີ 2021, ໄຕມາດທີ 1/2022, ທິດທາງໜ້າທີ່ປີ 2022 ແລະ ໄລຍະຈະມາເຖິງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)   

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທ້ອງຖິ່ນ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດາແຫຼ່ງກຳລັງໃຫ້ເປັນຢ່າງດີ ເພື່ອພັດທະນາໄວ, ຍືນຍົງ, ເຕັມໄປດ້ວຍສີສັນ, ສູ້ຊົນຮອດປີ 2030 ກາຍເປັນເຂດກຳລັງໜູນຂອງເຂດໄຕຫງວຽນ, ມີທີ່ຕັ້ງສຳຄັນໃນເຂດ ສາມລຽ່ມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ. ສຸມໃສ່ຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູ, ພັດທະນາເສດຖະກິດສັງຄົມ, ຍູ້ແຮງການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ ຢ່າງມີປະສິດທິຜົນ.

ຕັດສິນໃຈປັບປຸງສະພາແວດລ້ອມແຫ່ງການລົງທຶນດຳເນີນທຸລິກິດ, ສືບຕໍ່ຍົກສູງລະດັບບັນດາດັດຊະນີ ກ່ຽວກັບການປະຕິຮູບການບໍລິຫານ, ຄວາມສາມາດໃນການແກ້ງແຍ້ງ, ກໍ່ສ້າງ, ພັດທະນາອຳນາດການປົກຄອງເອເລັກໂຕນິກ, ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ. ແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ ແລະ ດຶງດູດວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນພາຍໃນປະເທດ ແລະ ສາກົນ. ເອົາໃຈໃສ່ຕໍ່ການປະຕິບັດນະໂຍບາຍຮັບປະກັນສະຫວັດດີການສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top