• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມໍລະດົກທາງດ້ານຈິດໃຈຈາກ 69 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2023)

ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ (1945 – 1954), ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.
  ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ (ພາບເອກະສານ: TTXVN)  

ວັນທີ 07 ພຶດສະພາ, ກ່ອນນີ້ 69 ປີ (ປີ 1954), ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຕີຖານທີ່ໝັ້ນດ້ານການທະຫານ ດ້ຽນບຽນຝູ ທີ່ໃຫຍ່ສຸດຢູ່ ອິນດູຈີນ ຂອງກອງທັບສຳພັນທະມິດ ຝລັ່ງ ໃຫ້ປະລາໄຊ. ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ (1945 – 1954), ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.

ທາງດ້ານສາກົນ, ໄຊຊະນະ ດ້ຽນບຽນຝູ ຍັງສ້າງແຫຼ່ງອາລົມທີ່ໃຫຍ່ຫຼວງ, ສົ່ງຜົນສະທ້ອນຢ່າງແຮງເຖິງຂະບວນການປົດປ່ອຍຊາດໃນທົ່ວໂລກ, ພິເສດແມ່ນຢູ່ບັນດາປະເທດຂຶ້ນກັບທະວີບອາຟະລິກາ.

ພາຍຫຼັງໄລຍະ 69 ປີ, ດ້ຽນບຽນຝູ ພວມສຸມໃສ່ເສີມຂະຫຍາຍຄຸນຄ່າສຳຄັນເຂດປູຊະນີຍະຖານສະໜາມຮົບ ດ້ຽນບຽນຝູ ເພື່ອກາຍເປັນທ່າແຮງໃນການພັດທະນາເສດຖະກິດ. ໄລ່ສະເພາະ 3 ເດືອນຕົ້ນປີ 2023, ຄາດວ່າ ຈຳນວນແຂກທ່ອງທ່ຽວໄປທ່ອງຢູ່ແຂວງ ດ້ຽນບຽນ ບັນລຸ 300.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸກວ່າ 525 ຕື້ດົ່ງ (ເພີ່ມຂຶ້ນເກືອບ 11 ເທົ່າເມື່ອທຽບໃສ່ໄລຍະດຽວກັນ). ທ່ານ ເລແທັ່ງໂດ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ, ໃຫ້ຮູ້ວ່າ:

“ເພື່ອຍູ້ແຮງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກສະໜາມຮົບ ດ້ຽນບຽນຝູ ໃຫ້ສົມກັບການຮັບໃຊ້ພັດທະນາການທ່ອງທ່ຽວ, ແຂວງ ດ້ຽນບຽນ ໄດ້ ແລະ ພວມເສີມຂະຫຍາຍບັນດາແຫຼ່ງກຳລັງເພື່ອບູລະນະປະຕິສັງຂອນບັນດາເຂດປູຊະນີຍະສະຖານປະຫວັດສາດນີ້, ທັງມີລັກສະນະສຶກສາມູນເຊື້ອ, ທັງສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມໃຫ້ແກ່ແຂວງ ດ້ຽນບຽນ”.

(ແຫຼ່ງຄັດຈາກ VOV)

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.

Top