• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຽນມາ ບູລິນະກົງຈັກນິຕິບັນຍັດໃຫ້ສົບບູນ, ກະກຽມການເລືອກຕັ້ງປະທານາທິບໍດີໃນທ້າຍເດືອນ ມີນາ

ສະພາແຫ່ງຊາດ ມຽນມາ ຈະດຳເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງ ດ້ວຍຂັ້ນຕອນການເລືອກຕັ້ງທີ່ໄດ້ປະຕິບັດຢ່າງເຂັ້ມງວດຜ່ານ 2 ໄລຍະ.
ສະພາແຫ່ງຊາດ ມຽນມາ ຈະດຳເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງ (ພາບປະກອບ)

ທ່ານ Aung Lin Dwe, ປະທານສະພາສູງຄົນໃໝ່ຂອງ ມຽນມາ, ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດ ມຽນມາ ຈະດຳເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງ ດ້ວຍຂັ້ນຕອນການເລືອກຕັ້ງທີ່ໄດ້ປະຕິບັດຢ່າງເຂັ້ມງວດຜ່ານ 2 ໄລຍະ. ໄລຍະທີ 1, ລວມມີ: ສະພາຕ່ຳ, ສະພາສູງ ແລະ ກຸ່ມຕາງໜ້າໃຫ້ກອງທັບ ແຕ່ລະຝ່າຍຈະສະເໜີຜູ້ສະໝັກຮັບເລືອກຕັ້ງສະຫາຍໜຶ່ງໃຫ້ດຳລົງຕຳແໜ່ງຮອງປະທານາທິບໍດີ. ຫຼັງຈາກນັ້ນ, ສະພາແຫ່ງຊາດຈະດຳເນີນການປ່ອນບັດເພື່ອເລືອກເອົາ 1 ໃນຈຳນວນ 3 ສະຫາຍນີ້ຮັບດຳລົງຕຳແໜ່ງປະທານາທິບໍດີ; 2 ສະຫາຍທີ່ຍັງເຫຼືອຈະດຳລົງຕຳແໜ່ງຮອງປະທານາທິບໍດີ.

ວົງການນັກສັງເກດການຕີລາຄາວ່າ ບັນດາການຜັນແປດັ່ງກ່າວແມ່ນຂີດໝາຍຫຼັກແຫຼ່ງ, ເປີດທາງໃຫ້ແກ່ການສ້າງລັດຖະບານສະຫະພາບຊຸດໃໝ່ ແລະ ກຳນົດທິດທາງດ້ານການເມືອງຕໍ່ໄປໃຫ້ແກ່ ມຽນມາ ໃນອາຍຸການຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ຈຸດສຸມຂອງການໄປຢ້ຽມຢາມແມ່ນເພີ່ມທະວີ, ປັບປຸງການພົວພັນລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ

Top