• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຽນມາ: ທ່ານນາງ Aung San Suu Kyi ຖືກກັກຂັງຊົ່ວຄາວຮອດກາງເດືອນ ກຸມພາ

      ທ່ານປະທານາທິບໍດີ ມຽນມາ U Win Myint ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ຈະຖືກກັກຂັງຊົ່ວຄາວແຕ່ວັນທີ 1 ກຸມພາ ຫາວັນທີ 15 ກຸມພາ.
ພົນລະເມືອງ ມຽນມາ ອາໄສ ຢູ່ ຍີປຸ່ນ ຄັດຄ້ານການລັດຖະປະຫານດ້ານການທະຫານ ຂອງ ມຽນມາ (ພາບ: Reuters)
      ທ່ານ Kyi Toe ສະມາຊິກ ຄະນະກຳມະການຖະແຫຼງຂ່າວ ຂອງ ພັກສະຫະພັນແຫ່ງຊາດ ເພື່ອປະຊາທິປະໄຕກຳອຳນາດ (NLD) ໃນວັນທີ 3 ກຸມພາ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ມຽນມາ U Win Myint ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ໄດ້ຖືກກັກຂັງຊົ່ວຄາວແຕ່ວັນທີ 1 ກຸມພາ ຫາວັນທີ 15 ກຸມພາ.
        ກ່ຽວຂ້ອງເຖິງທ່ານປະທານາທິບໍດີ U Win Myint, ຕາມເອກະສານຂອງຕຳຫຼວດສື່ສັງຄົມອອນລາຍ ຊີ້ໃຫ້ຮູ້ວ່າ ທ່ານປະທານາທິບໍດີ U Win Myint ແລະ ຄອບຄົວຂອງທ່ານ ໄດ້ມີການພົບປະກັບບຸກຄົນທີ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຂອງ ພັກ NLD ໃນວັນທີ 20 ກັນຍາ 2020 ຈຳນວນໜຶ່ງ ກ່ອນຈຸດເວລາທີ່ດຳເນີນບັ້ນຫາສຽງເລືອກຕັ້ງທົ່ວປະເທດ ເຊິ່ງຖືກຈັດຂຶ້ນໃນເດືອນພະຈິກ ແລະ ຖືກກ່າວໂທດວ່າ ໄດ້ລະເມີດບັນດາມາດຕະການກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ຕາມກົດໝາຍວ່າດ້ວຍການແກ້ໄຂໄພທຳມະຊາດ.
        ໃນຂະນະນັ້ນ, ທ່ານນາງ Aung San Suu Kyi ຖືກກ່າວໂທດຕາມກົດໝາຍວ່າດ້ວຍການນຳເຂົ້າ - ສົ່ງອອກ ເມື່ອຄົ້ນພົບ ຣາດີໂອມືຖື ທີ່ຖືກຫ້າມນຳເຂົ້າ ແລະ ນຳໃຊ້ຢ່າງຜິດກົດໝາຍ ຢູ່ໃນເຮືອນພັກສ່ວນຕົວ.
(ແຫຼ່ງຄັດຈາກ VOV)

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ງານວາງສະແດງພາຍຖ່າຍສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 197 5 – 30 ເມສາ 2025) ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນຫຼວງ ວຽງຈັນ

Top