• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງໄປເຖິງສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 69 ປີ

ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການພັດທະນາຂອງໂຮງໝໍ; ພ້ອມທັງສະເໜີໃຫ້ການນຳໂຮງໝໍ ຕ້ອງສ້າງວິໄສທັດຍຸດທະສາດໃນອະນາຄົດ ເພື່ອໃຫ້ຜົນງານຂອງສອງຂະແໜງ ສາທາລະນະສຸກ ແລະ ກິລາມຄວາມກົມກຽວກັນ.
ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຢ້ຽມຢາມໂຮງໝໍ ເຕີຍແອັງ

ຕອນບ່າຍວັນທີ 22 ກຸມພາ, ທີ່ຮ່າໂນ້ຍ, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ໂຮງໝໍກິລາ ຫວຽດນາມ ແລະ ໂຮງໝໍຫຼາຍຂະແໜງ ເຕິມແອັງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 69 ປີ (27/2/1955 – 27/2/2024).

ທີ່ໂຮງໝໍກິລາ ຫວຽດນາມ, ໂຮງໝໍແຫ່ງດຽວ ທີ່ຊ່ຽວຊານໃນຂົງເຂດກິລາ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການພັດທະນາຂອງໂຮງໝໍ; ພ້ອມທັງສະເໜີໃຫ້ການນຳໂຮງໝໍ ຕ້ອງສ້າງວິໄສທັດຍຸດທະສາດໃນອະນາຄົດ ເພື່ອໃຫ້ຜົນງານຂອງສອງຂະແໜງ ສາທາລະນະສຸກ ແລະ ກິລາມຄວາມກົມກຽວກັນ. ໃນນັ້ນ, ໃຫ້ຄວາມສຳຄັນບັນຫາການຄົ້ນຄ້ວາວິທະຍາສາດ, ບຳລຸງກໍ່ສ້າງ, ຝຶກອົບຮົມ, ບຳລຸງຖັນແຖວພະນັກງານແພດໝໍດ້ານກິລາ ເພື່ອຮັບໃຊ້ໃນທົ່ວປະເທດ. ໃນໂອກາດນີ້, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈບັນດາຄົນເຈັບ ທີ່ພວມຮັບການປິ່ນປົວຢູ່ໂຮງໝໍ.

ທີ່ການຢ້ຽມຢາມໂຮງໝໍຫຼາຍຂະແໜງ ເຕິມແອັງ, ທ່ານ ຫວ໋ງຽນຈອງເຫງັຍ ຕີລາຄາສູງບັນດາຜົນງານທີ່ລະບົບໂຮງໝໍຫຼາຍຂະແໜງ ເຕິມແອັງ, ລະບົບສັກວັກຊີນ VNVC ແລະ ບໍລິສັດການຢາ ECO ຍາດມາໄດ້ໃນໄລຍະກວ່າ 15 ປີຜ່ານມາ, ຊຶ່ງໄດ້ຊ່ວຍດູແລສຸຂະພາບ, ປິ່ນປົວ, ສັກວັກຊີນ ໃຫ້ເດັກນ້ອຍ ແລະ ຜູ້ໃຫ່ຍນັບເປັນຫຼາຍສິບລ້ານຄົນ.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top