• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12

ວັນທີ 6 ຕຸລາ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມໝົດມື້ໂດຍພາຍໃຕ້ການເປັນປະທານຂອງກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ໄດ້ເຂົ້າສູ່ມື້ທີ 2

ກອງປະຊຸມໄດ້ປຶກສາຫາລືບົດລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 12 ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ; ຮ່າງບົດລາຍງານ ສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມໂລຍະ 10ປິ 2011-2020 , ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ 2021-2030 ; ຮ່າງບົດລາຍງານຕີລາຄາໝາກຜົນປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2016-2020; ທິດທາງ ໜ້າທີ່ພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025; ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກແລະ ປະຕິບັດກົດລະບຽບພັກອາຍຸການ ກອງປະຊຸມໃຫຍ່ຄັ້ງທີ 12.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top