• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຫຼາຍ​ບາດ​ກ້າວ​ໃໝ່, ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນປີ 2023 ໄດ້ຊີ້ແຈ້ງວ່າ ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ, ມີບາດກ້າວໃໝ່, ຂ້ຽວຂາດ, ຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນກ່ວາ
  ກອງປະຊຸມຄັ້ງທີ 26 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: nhandan)  

ຕອນເຊົ້າວັນທີ 13 ກັນຍາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 26 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ບັນດາສະມາຊິກໄດ້ປະກອບຄຳເຫັນກ່ຽວກັບບົດລາຍງານການປະຕິບັດງານປີ 2023 ຂອງ ປະທານ ສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ບັນດາບົດລາຍງານ ຂອງ ລັດຖະບານກ່ຽວກັບວຽກງານ ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ແລະ ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2023.

ໃນນັ້ນ, ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນປີ 2023 ໄດ້ຊີ້ແຈ້ງວ່າ ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ, ມີບາດກ້າວໃໝ່, ຂ້ຽວຂາດ, ຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນກ່ວາ, ອັນໄດ້ສ້າງຂີດໝາຍທີ່ດີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດໜ້າທີ່ເສດຖະກິດສັງຄົມຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top