• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຫຼາຍບໍ​ລິ​ສັດ​ການ​ບິນ ແລະ ອົງ​ການ​​ສາ​ທາ​ລະ​ນະ​ສຸກບ​ໍ່​ສະ​ໜັບ​ສະ​ໜູນ ຂໍ້​ກຳ​ນົດ​ກວດ​ເຊື້ອ​ໄວ​ຣັດ COVID-19

ມີຫຼາຍອົງການສາທາລະນະສຸກ ແລະ ບໍລິສັດການບິນໄດ້ສະແດງການບໍ່ສະໜັບສະໜູນຕໍ່ຂໍ້ກຳນົດກວດເຊື້ອ ໄວຣັດ COVID-19 ສຳລັບແຂກທ່ອງທ່ຽວມາຈາກຈີນ.
ກາຕາ ຮຽກຮ້ອງນັກທ່ອງທ່ຽວຕ້ອງມີຜົນກວດພະຍາດໂຄວິດ - 19 ເປັນລົບ(ພາບ: aawsat)

ມີຫຼາຍອົງການສາທາລະນະສຸກ ແລະ ບໍລິສັດການບິນໄດ້ສະແດງການບໍ່ສະໜັບສະໜູນຕໍ່ຂໍ້ກຳນົດກວດເຊື້ອ ໄວຣັດ COVID-19 ສຳລັບແຂກທ່ອງທ່ຽວມາຈາກຈີນ.

ວັນທີ 4 ມັງກອນ, ໃນບົດກ່າວປາໄສ, ທ່ານຜູ້ອຳນວຍການໃຫຍ່ ສະມາຄົມຂົນສົ່ງການບິນສາກົນ Willie Walsh ເນັ້ນໜັ້ກວ່າ ການຄົ້ນຄ້ວາໄດ້ປະຕິບັດໃນຍາມເຊື້ອໄວຣັດສາຍພັນ omicron ປະກົດຕົວ ແລະ ໄດ້ສະຫຼຸບວ່າ ເລື່ອງວາງອອກບັນດາຮົ້ວກີດຂວາງຕໍ່ການເດີນທາງໄປມາ ແມ່ນບໍ່ມີປະສິດທິຜົນ ຕໍ່ການແຜ່ລະບາດແຮງຂອງພະຍາດໂຄວິດ - 19. ຕາມ ອົງການ ACI Europe  ແລ້ວ, ທັງສູນປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດ ເອີໂຣ (ECDC) ແລະ ອົງການອະນາໄມໂລກ (WHO) ໃຫ້ຢັ້ງຢືນວ່າບັນດາມາດຕະການຈຳກັດການເດີນທາງໄປມາໃນທົ່ວໂລກ ບໍ່ມີປະສິດທິຜົນໃນການສະກັດກັ້ນການແຜ່ເຊື້ອຂອງພະຍາດໂຄວິດ - 19.

ໃນຂະນະນັ້ນ, ວັນທີ 4 ມັງກອນ, ສະຫະພາບເອີລົບ (EU) ຍັງສົ່ງເສີມທຸກປະເທດດຳເນີນການກວດເຊື້ອພະຍາດໂຄວິດ - 19 ກ່ອນເວລາບິນສຳລັບແຂກທ່ອງທ່ຽວທີ່ມາຈາກຈີນ ໃນສະພາບການຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ປະເທດນີ້ເພີ່ມຂຶ້ນສູງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top