ຂ່າວສານ
ມີວິສາຫະກິດຫຼາຍແຫ່ງ, ສ່ວນບຸກຄົນສືບຕໍ່ສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດແລະໄພແຫ້ງແລ້ງ, ນ້ຳທະເລຊຶມ

ນັກອຸປະຖຳທ່ານໜຶ່ງມອບເງິນສະໜັບສະໜູນໃຫ້ແກ່ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)
ຂອບໃຈບັນດາການກະທຳອັນສູງສົ່ງຈາກບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນ, ທ່ານເຈິ່ນແທັງເໝິນຖືວ່າການສະໜັບສະໜູນຈາກບັນດາໝູ່ຄະນະ, ສ່ວນບຸກຄົນທັງຢູ່ພາຍໃນແລະຕ່າງປະເທດແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຊ່ວຍໃຫ້ຫວຽດນາມຄວບຄຸມໂລກລະບາດ, ພ້ອມທັງປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດສືບຕໍ່ຕັ້ງໜ້າປະກອບສ່ວນແຫຼ່ງກຳລັງໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ຫຼາຍກ່ວານີ້ຕື່ມອີກ
ໂດຍສະເພາະແມ່ນນະຄອນໂຮ່ຈີມິນ, ບັນດານັກທຸລະກິດ, ວິສາຫະກິດ, ອົງການຈັດຕັ້ງແລະຊາວນະຄອນໂຮ່ຈີມິນໄດ້ປະກອບເງິນກ່ວາ 36 ຕື້ດົ່ງ (ກ່ວາ 1,5ລ້ານ USD)ເພື່ອໜູນຊ່ວຍໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກກາງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມທີ່ປະສົບກັບໄພແຫ້ງແລ້ງ, ນ້ຳທະເລຊຶມ.
(ແຫຼ່ງຄັດຈາກ VOV)