ຂ່າວສານ

ມີ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ, ສ່ວນ​ບຸກ​ຄົນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດແລະໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ

ທ່ານເຈິ່ນແທັງເໝິນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໃຫ້ຮູ້ວ່າພຽງແຕ່ໃນວັນທີ 24 ມີນາ, ຈຳນວນເງິນສະໜັບສະໜູນແລະຈົດທະບຽນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດແລະໄພແຫ້ງແລ້ງ, ນ້ຳທະເລຊຶມທີ່ໄດ້ສົ່ງມາຍັງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຂຶ້ນເຖິງກ່ວາ 125 ຕື້ດົ່ງ (ປະມານກ່ວາ 5,2 ລ້ານUSD).

ນັກອຸປະຖຳທ່ານໜຶ່ງມອບເງິນສະໜັບສະໜູນໃຫ້ແກ່ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)

ຂອບໃຈບັນດາການກະທຳອັນສູງສົ່ງຈາກບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນ, ທ່ານເຈິ່ນແທັງເໝິນຖືວ່າການສະໜັບສະໜູນຈາກບັນດາໝູ່ຄະນະ, ສ່ວນບຸກຄົນທັງຢູ່ພາຍໃນແລະຕ່າງປະເທດແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຊ່ວຍໃຫ້ຫວຽດນາມຄວບຄຸມໂລກລະບາດ, ພ້ອມທັງປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດສືບຕໍ່ຕັ້ງໜ້າປະກອບສ່ວນແຫຼ່ງກຳລັງໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ຫຼາຍກ່ວານີ້ຕື່ມອີກ

ໂດຍສະເພາະແມ່ນນະຄອນໂຮ່ຈີມິນ, ບັນດານັກທຸລະກິດ, ວິສາຫະກິດ, ອົງການຈັດຕັ້ງແລະຊາວນະຄອນໂຮ່ຈີມິນໄດ້ປະກອບເງິນກ່ວາ 36 ຕື້ດົ່ງ (ກ່ວາ 1,5ລ້ານ USD)ເພື່ອໜູນຊ່ວຍໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກກາງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມທີ່ປະສົບກັບໄພແຫ້ງແລ້ງ, ນ້ຳທະເລຊຶມ.

(ແຫຼ່ງຄັດຈາກ VOV)


top