• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ນັກ​ທ່ອງ​ທ່ຽວ​, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນ “ໄປ​ຕ໊າຍ” ຢູ່ ອຽນ​ບ໊າຍ

ໄປຕ໊າຍ” ໝາຍຄວາມວ່າ ມາຢາມຄອບຄົວທາງເມຍ. ນີ້ແມ່ນໂອກາດເພື່ອໃຫ້ລູກສາວ ພ້ອມດ້ວຍຜົວ ກັບເມືອຢາມພໍ່ແມ່ ແລະ ໃຕ້ທູບທຽນບູຊາບັນພະບຸລຸດທາງເມຍ, ພ້ອມທັງແມ່ນໂອກາດເພື່ອໃຫ້ລູກເຂີຍສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູຕໍ່ກັບຄອບຄົວທາງເມຍ.
ານບຸນ “ໄປຕ໊າຍ” ຢູ່ ອຽນບ໊າຍ (ພາບປະກອບ: VOV1)

ມີປະຊາຊົນ  ແລະ ແຂກທ່ອງທ່ຽວນັບພັນຄົນ ໄດ້ເຕົ້າໂຮມກັນຢູ່ຕາແສງ ເລິມເທື້ອງ, ເມືອງ ລຸກອຽນ, ແຂວງ ອຽນບ໊າຍ ເພື່ອຕິດຕາມບັນດາການເຄື່ອນໄຫວຂອງງານບຸນ “ໄປຕ໊າຍ” ປີ 2024. “ໄປຕ໊າຍ” ໝາຍຄວາມວ່າ ມາຢາມຄອບຄົວທາງເມຍ. ນີ້ແມ່ນໂອກາດເພື່ອໃຫ້ລູກສາວ ພ້ອມດ້ວຍຜົວ ກັບເມືອຢາມພໍ່ແມ່ ແລະ ໃຕ້ທູບທຽນບູຊາບັນພະບຸລຸດທາງເມຍ, ພ້ອມທັງແມ່ນໂອກາດເພື່ອໃຫ້ລູກເຂີຍສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູຕໍ່ກັບຄອບຄົວທາງເມຍ.

ງານບຸນ “ໄປຕ໊າຍ” ປີ 2024 ໄດ້ດຳເນີນໃນວັນທີ 10 – 11 ສິງຫາ (ກົງກັບວັນທີ 7 – 8 ເດືອນ 7 ໄລ່ຕາມຈັນທະປະຕິທິນ) ດ້ວຍຫຼາຍເນື້ອໃນທີ່ໜ້າຈັບໃຈ, ເປັນເອກະລັກ, ເຊັ່ນ: ການແຂ່ງຂັນພັນແພພື້ນເມືອງໃສ່ຫົວຂອງຊາວເຜົ່າ ໄຕ, ຈັກສານພາຊະນະ, ຊົນແບ້, ເຮັດເຂົ້າໜົມບັນໄຢ, ຈັບຫາປາ, …  ພ້ອມດຽວກັນນັ້ນ ແມ່ນບັນດາການເຄື່ອນໄຫວສະແດງສິລະປະວັດທະນະທຳ, ບານເຕະຍິງມິດຕະພາບລະຫວ່າງຕາແສງ; ວາງສະແດງບັນດາຜະລິດຕະພັນທີ່ພົ້ນເດັ່ນຂອງທ້ອງຖິ່ນ ແລະ ເຂດໃກ້ຄຽງ. ເອື້ອຍ ຫງວຽນເຟືອງຖາວ, ແຂກທ່ອງທ່ຽວມາຈາກນະຄອນ ອຽນບ໊າຍ ແບ່ງປັນວ່າ:

“ຂ້າພະເຈົ້າເຫັນວ່າ ລາຍການປະກວດຊຸດອາພອນປະຈຳເຜົ່າໄຕ ງາມຫຼາຍ ແລະ ມີຫຼາຍກິດຈະກຳແປກໃໝ່ ແລະ ປະທັບໃຈຫຼາຍ.  ເຂົ້າຮ່ວມງານບຸນນີ້ ກໍໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳເປເພນີຂອງຊາວເຜົ່າ ໄຕ ຕື່ມອີກ”.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top