• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຕື່ມ​ອີກຫຼາຍ​ປະ​ເທດ​ຮັບ​ຮອງ​​ເອົ​າລັດ ປາ​ແລັດ​ສະ​ຕິນ ​ຢ່າງ​ເປັນ​ທາງ​ການ

ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການ ສອງລັດ, ລາຊະອານາຈັກ ອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນຢ່າງເປັນທາງການ.
(ພາບ: REUTERS/Dawoud Abu Alkas)

ວັນທີ 21 ກັນຍາ, ພຽງແຕ່ໜຶ່ງວັນກ່ອນ ຈັດກອງປະຊຸມສາກົນ ກ່ຽວກັບມາດຕະການສອງລັດ ໃຫ້ແກ່ ປາແລັດສະຕິນ ແລະ ອິດສະລາແອັນ ຄາດວ່າຈະດຳເນີນຢູ່ນະຄອນ ນິວຢອກ (ອາເມລິກາ), ມີບັນດາປະເທດຄື: ອັງກິດ, ການາດາ, ແລະ ອົດສະຕາລີ ໄດ້ປະກາດຮັບຮອງເອົາ ລັດ ປາແລັດສະຕິນ, ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ຢູ່ຕາເວັນອອກກາງ.

ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການ ສອງລັດ, ລາຊະອານາຈັກ ອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນຢ່າງເປັນທາງການ. ຖະແຫຼງການນີ້ໄດ້ຮັບຖືວ່າແມ່ນການປ່ຽນແປງຄັ້ງປະຫວັດສາດ ໃນນະໂຍບາຍການຕ່າງປະເທດຂອງ ອັງກິດໃນຫຼາຍທົດສະວັດຜ່ານມາ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ການາດາກໍ່ ໄດ້ ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢ່າງເປັນທາງການ ແລະ ສະເໜີການຮ່ວມມືໃນການສ້າງຄຳໝັ້ນສັນຍາ ກ່ຽວກັບອະນາຄົດແຫ່ງສັນຕິພາບ ໃຫ້ແກ່ທັງລັດ ປາແລັດສະຕິນ ແລະ ລັດ ອິດສະລາແອັນ. ຖະແຫຼງການໄດ້ເນັ້ນໜັ້ກວ່າ ການຮັບຮອງຂອງ ການາດາແມ່ນສອດຄ່ອງກັບບັນດາຫຼັກການຕັດສິນດ້ວຍຕົນເອງ ແລະ ບັນດາສິດພື້ນຖານຂອງມວນມະນຸດທີ່ໄດ້ຍົກອອກມາໃນກົດບັດ ສປຊ.

ດັ່ງນັ້ນ, ມາຮອດປັດຈຸບັນມີກ່ວາ 140 ປະເທດຮັບຮອງ ລັດ ປາແລັດສະຕິນຢ່າງເປັນທາງການ. ຄາດວ່າຈະມີຕື່ມອີກຫຼາຍປະເທດຍົກອອກຄຳຕັດສິນທີ່ຄ້າຍຄືກັນຢູ່ກອງປະຊຸມກ່ຽວກັບມາດຕະການສອງລັດ ທີ່ໄດ້ດຳເນີນຢູ່ນິວຢອກໃນວັນທີ 22 ກັນຍາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top