ຂ່າວສານ
ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະມາຄົມ ຊາວກະສິກອນ ຫວຽດນາມ

ທ່ານຫງວຽນຊວັນດິງ ຮອງປະທານສູນກາງສະມາຄົມຊາວກະສິກຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: hanoimoi.com.vn)
ຕາມນັ້ນແລ້ວ, ໃນລະຫວ່າງ ວັນທີ 11 – 14 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງສະມາຄົມ ຊາວກະສິກອນຫວຽດນາມ ໄດ້ຈັດຕັ້ງບັນດາເຫດການຄື: ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ V, ພິທີຍ້ອງຍໍສັນລະເສີນຫົວໜ້າສະມາຄົມຊາວກະສິກອນທີ່ດີເດັ່ນໃນປີ 2020, ພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນໃນປີ 2020”. ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະມາຄົມ ຊາວກະສິກອນ ຫວຽດນາມ ເຊິ່ງຈະດຳເນີນໃນຕອນເຊົ້າວັນທີ 11 ເດືອນ ຕຸລາ 2020 ຢູ່ຫໍມິດຕະພາບ ຫວຽດ - ຈີນ ຢູ່ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)