ຂ່າວສານ

ມີ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງຫຼາຍ​ຢ່າງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 90 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ຊາວກະ​ສິ​ກອນ ຫວຽດ​ນາມ

ຕອນບ່າຍວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງສະມາຄົມຊາວກະສິກອນຫວຽດນາມ (14 ຕຸລາ 1930 – 14 ຕຸລາ 2020).

ທ່ານຫງວຽນຊວັນດິງ ຮອງປະທານສູນກາງສະມາຄົມຊາວກະສິກຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: hanoimoi.com.vn

ຕາມນັ້ນແລ້ວ, ໃນລະຫວ່າງ ວັນທີ 11 – 14 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງສະມາຄົມ ຊາວກະສິກອນຫວຽດນາມ ໄດ້ຈັດຕັ້ງບັນດາເຫດການຄື: ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ V, ພິທີຍ້ອງຍໍສັນລະເສີນຫົວໜ້າສະມາຄົມຊາວກະສິກອນທີ່ດີເດັ່ນໃນປີ 2020, ພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນໃນປີ 2020”. ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະມາຄົມ ຊາວກະສິກອນ ຫວຽດນາມ ເຊິ່ງຈະດຳເນີນໃນຕອນເຊົ້າວັນທີ 11 ເດືອນ ຕຸລາ 2020 ຢູ່ຫໍມິດຕະພາບ ຫວຽດ - ຈີນ ຢູ່ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

top