ຂ່າວສານ
ມີຫຼາຍກິດຈະກຳທີ່ມີຄວາມໝາຍຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
ຕອນບ່າຍວັນທີ 2 ກຸມພາ, ພະແນກຊົນເຜົ່າ ແລະ ສາສະໜາແຂວງ ເຕີຍນິງ ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ຈ່າຫວໍ (ຕາແສງ ແທ້ງດຶກ). ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນຈະສືບຕໍ່ເຄົາລົບນັບຖື, ອະນຸລັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຖືນີ້ແມ່ນຄວາມຮັບຜິດຊອບ, ແມ່ນຄວາມເອກອ້າງທະນົງໃຈ ເພື່ອຂຽນຕໍ່ບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.
ຕອນບ່າຍຂອງວັນດຽວກັນ, ຄະນະພັກແຂວງ ເຊີນລາ ກໍໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ; ພົບປະພະນັກງານນັກປະຕິວັດອາວຸໂສ, ພະນັກງານກ່ອນໄລຍະລຸກຮື້ຂຶ້ນ, ການນຳແຂວງ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ 2026; ປຸກລະດົມການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ.








