ຂ່າວສານ

ມີຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍຖືກ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026), ຫຼາຍທ້ອງຖິ່ນໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູຸ້ບຸນຄຸນຕໍ່ບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ຈັດຕັ້ງການພົບປະສັງສັນ, ມອບຫຼຽນກາພັກ.
ພະແນກຊົນເຜົ່າ ແລະ ສາສະໜາແຂວງ ເຕີຍນິງ ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ຈ່າຫວໍ (ພາບ: TTXVN)

ຕອນບ່າຍວັນທີ 2 ກຸມພາ, ພະແນກຊົນເຜົ່າ ແລະ ສາສະໜາແຂວງ ເຕີຍນິງ ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ຈ່າຫວໍ (ຕາແສງ ແທ້ງດຶກ). ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນຈະສືບຕໍ່ເຄົາລົບນັບຖື, ອະນຸລັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຖືນີ້ແມ່ນຄວາມຮັບຜິດຊອບ, ແມ່ນຄວາມເອກອ້າງທະນົງໃຈ ເພື່ອຂຽນຕໍ່ບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.

ຕອນບ່າຍຂອງວັນດຽວກັນ, ຄະນະພັກແຂວງ ເຊີນລາ ກໍໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ; ພົບປະພະນັກງານນັກປະຕິວັດອາວຸໂສ, ພະນັກງານກ່ອນໄລຍະລຸກຮື້ຂຶ້ນ, ການນຳແຂວງ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ 2026; ປຸກລະດົມການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ.


top