• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍປະເທດສັ່ງຊື້ຊຸດ Kit ທົດລອງເຊື້ອໄວຣັດCovid – 19 ໂດຍຫວຽດນາມຜະລິດ

      ຕາມການຕີລາຄາຂອງຜູ້ຕາງໜ້າການນຳກະຊວງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ແລ້ວ, ປັດຈຸບັນຫວຽດນາມມີຄວາມສາມາດຜະລິດຊຸດ Kit ໄດ້ນັບຫຼາຍສິບພັນຊຸດຕໍ່ວັນ.

ການ Test ກວດເຊື້ອໄວຣັດ  SARS-CoV-2 (ພາບ: TTXVN)
      ພາຍຫຼັງຜົນສຳເລັດຂອງການຄົ້ນຄ້ວາຜະລິດຊຸດກວດເຊື້ອໄວຣັດ SARS-CoV-2 (ຊຸດ Kit) ໂດຍວິທະຍາຄານ ເສນາຮັກເປັນເຈົ້າພາບ, ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຢີ ຫວຽດ - ອາ ປະຕິບັດ, ຫວຽດນາມໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ຜະລິດໄດ້ຊຸດ Kit ສາມາດກວດພົບໄວຣັດ SARS-CoV-2. ປັດຈຸບັນມີ 20 ປະເທດພວມເຈລະຈາຊື້ຊຸດ Kit ດັ່ງກ່າວຂອງຫວຽດນາມ.
            ກ່ອນອື່ນໝົດ, ບໍລິສັດຫຸ້ນສ່ວນເຕັກໂນໂລຢີຫວຽດນາມ - ອາຈະສົ່ງອອກໄປຍັງອີຣານ, ແຟງລັງ, ມາເລເຊຍ, ຢູແກຼນ. ນະຄອນຮ່າໂນ້ຍກໍ່ໄດ້ສັ່ງຊື້ຊຸດ Kit 4000 ຊຸດເພື່ອນຳໃຊ້ຢູ່ຮ່າໂນ້ຍແລະມອບໃຫ້ບັນດາໂຮງໝໍຢູ່ອີຕາລີ - ໂດຍເປັນປະເທດທີ່ເກີດໂລກລະບາດຢ່າງຮຸນແຮງຂອງເອີລົບໃນປັດຈຸບັນ. 
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top