• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີພົນລະເມືອງ ຫວຽດນາມ 2 ຄົນຢູ່ສິງກະໂປ ຕິດເຊື້ອພະຍາດ Covid – 19

      ມີພົນລະເມືອງ ຫວຽດນາມ 2ຄົນຢູ່ສິງກະໂປໄດ້ຕິດເຊື້ອພະຍາດ Covid - 19 ແລະ ທັງສອງຄົນດັ່ງກ່າວລ້ວນແຕ່ບໍ່ໄດ້ມີການ ພົວພັນກັບບັນດາກໍລະນີຕິດເຊື້ອພະຍາດ Covid - 19 ກ່ອນໜ້ານັ້ນ. 

ພາບປະກອບ: TTXVN 
      ຄົນໜຶ່ງເປັນ ເພດຊາຍ, ມີອາຍຸ 36 ປີ, ຖືວີຊາ ເປັນຜູ້ອອກແຮງງານ, ມີຜົນກວດເປັນບວກກັບເຊື້ອໄວຣັດ SARS – CoV - 2 ໃນວັນທີ 13 ເມສາ, ອີກຄົນໜຶ່ງແມ່ນເດັກສາວ, ອາຍຸ 2 ປີ, ມີຜົນກວດເປັນບວກກັບເຊື້ອພະຍາດດັ່ງກ່າວໃນວັນທີ 6 ເມສາ.
        ແລະກໍ່ໃນຕອນເຊົ້າວັນທີ 15 ເມສາ, ຫວຽດນາມໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກ 1 ຄົນ. ນັ້ນແມ່ນຄົນເຈັບທີ 267, ເພດຊາຍ, ອາຍຸ 46 ປີ, ຢູ່ບ້ານໂຫ້ຍ, ຮະໂລຍ, ເມລິງ, ຮ່າໂນ້ຍ. ປັດຈຸບັນຄົນເຈັບດັ່ງກ່າວໄດ້ຮັບການແຍກຕົວປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາທີ2.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top