• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜູ້ຕິດເຊື້ອໂຄວິດ - 19 ເກືອບ ກວ່າ 38.200 ຄົນໄດ້ຮັບການປິ່ນປົວຫາຍດີໃນ​ວັນ​ທີ 29 ທັນ​ວາ

ມີຜູ້ຕິດເຊື້ອໂຄວິດ - 19 ເກືອບ ກວ່າ 38.260 ຄົນໄດ້ຮັບການປິ່ນປົວຫາຍດີໃນວັນທີ 29 ທັນວາ ແລະ ຍົກຈຳນວນຜູ້ຫາຍດີຢູ່ຫວຽດນາມ ຂຶ້ນເຖິງ 1.302.542 ຄົນ.
(ພາບປະກອບ: TTXVN)

ນັບແຕ່ເວລາ 16 ໂມງຂອງວັນທີ 28 ທັນວາ ຫາເວລາ 16 ໂມງຂອງວັນທີ 29 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 13.889 ກໍລະນີ, ໃນນັ້ນ ມີ 16 ກໍລະນີເຂົ້າເມືອງ ແລະ 13.873 ກໍລະນີຢູ່ພາຍໃນປະເທດ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 1.694.874 ກໍລະນີ.

          ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ເກືອບ ກວ່າ 38.260 ກໍລະນີໄດ້ຮັບການປິ່ນປົວຫາຍດີໃນວັນທີ 29 ທັນວາ ແລະ ຍົກຈຳນວນຜູ້ຫາຍດີຢູ່ຫວຽດນາມ ຂຶ້ນເຖິງ 1.302.542 ຄົນ. ກໍໃນວັນດຽວກັນ, ຫວຽດນາມ ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ 245 ກໍລະນີ.

        ໄລ່ຮອດຕອນບ່າຍວັນທີ 29 ທັນວາ, ຍອດປະລິມານວັກຊິນທີ່ໄດ້ສັກໄປແລ້ວແມ່ນກວ່າ 148,1 ລ້ານໂດສ, ໃນນັ້ນ ເຂັມທຳອິດແມ່ນກວມເອົາ 99%, ເຂັມທີ 2 ແມ່ນກວມເອົາ 88,8% ຈຳນວນປະຊາກອນແຕ່ 18 ປີຂຶ້ນໄປ ແລະ ມີ 39 ແຂວງ, ນະຄອນ ພວມຜັນຂະຫຍາຍການສັກວັກຊິນເຂັມທີ 3.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top