• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີນາຍທະຫານຫວຽດນາມຕື່ມອີກ 7 ຄົນ ໄປຮັກສາສັນຕິພາບ ສປຊ

      ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານ 7 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ

ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ແລະ ຊໍ່ດອກໄມ້ໃຫ້ບັນດານາຍທະຫານທີ່ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ (ພາບ: tuoitre.vn)
      ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານ 7 ຄົນ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບ ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີມອບຂໍ້ຕົກລົງ.
        ໂດຍຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ນີ້ແມ່່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ແຕ່ກໍແມ່ນໜ້າທີ່ລໍາບາກທີ່ສຸດ ເມື່ອຕ້ອງເຄື່ອນໄຫວໃນສະພາບແວດລ້ອມນາໆຊາດຂອງ ສປຊ. ທ່ານຮອງລັດຖະມົນຕີ ຫງວຽນຈີີ໊ວິ້ງ ປາດຖະໜາວ່າ ບັນດານາຍທະຫານທີ່ໄດ້ຮັບໜ້າທີ່ ຈົ່ງມານະພະຍາຍາມແກ້ໄຂສິ່ງກີດຂວາງ, ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ.
        ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ແລະ ຊໍ່ດອກໄມ້ໃຫ້ບັນດານາຍທະຫານທີ່ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top