• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນຕ້ອນຮັບບຸນປີໃໝ່ Chol Chnam Thmay 2019

ຕອນຄ່ຳວັນທີ 06 ເມສາ, ມະຫາວິທະຍາໄລ ເກີນເທີ ໄດ້ຈັດຄ່ຳຄືນພົບປະແລກປ່ຽນວັດທະນະທຳສິລະປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay, ດ້ວຍການເຂົ້າຮ່ວມຂອງນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນທີ່ພວມຮຽນຢູ່ມະຫາວິທະນາໄລເກີນເທີ.


ນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນ ເຂົ້າຮ່ວມ

(ພາບ: TTXVN)

ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກນ້ອງໄດ້ພົບປະ, ແລກປ່ຽນ, ສະແດງການຟ້ອນລຳທຳເພງ ດ້ວຍບັນດາລາຍການທີ່ເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າຄື: ວາດຟ້ອນ Rom vong, Robam, ດົນຕີ 5 ປະເພດ ໂດຍພວກນ້ອງສະແດງເອງ. ນ້ອງ ແທັກຊ໊ອກເຮັນ, ນັກສຶກສາພະແນກພາສາອັງກິດ, ເຂົ້າຮ່ວມລາຍການໄດ້ແບ່ງປັນວ່າ.

        “ສຳລັບນ້ອງເອງ, ການພົບປະໃນມື້ນີ້ແມ່ນໄດ້ເຮັດໃຫ້ນ້ອງມີຄວາມເອກອ້າງທະນົງໃຈ; ໄດ້ສະແດງມູນເຊື້ອຂອງຕົນເພື່ອປົກປັກຮັກສາ, ເສີມຂະຫຍາຍສີສັນຂອງຕົນ. ນ້ອງໄດ້ຕາງໜ້າໃຫ້ບັນດານັກສຶກສາຊາວເຜົ່າຂະແມ ຢູ່ມະຫາວິທະຍາໄລເກີນເທີ, ສັນຍາວ່າ ຈະມານະພະຍາຍາມຮ່ຳຮຽນເພື່ອບັນລຸໄດ້ຜົນງານດີ, ບໍ່ໃຫ້ໂຮງຮຽນຖືກເສຍຫວັງ”.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top