• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງໄດ້ດຳເນີນຢູ່ວັນບຸນເອກະລາດ ແລະ ງານບຸນ ເຕີນຈ່າວ ປີ 2024

ປີນີ້ທາງເມືອງໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ງານສະແດງຊຸດອາພອນປະຈຳເຜົ່າ, ແຂ່ງຂັນດຶງເຊືອກ, ແຂ່ງຂັນບານສົ່ງ, ແນະນຳບັນດາຜະລິດຕະພັນ OCOP
  ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາບັນລຸຜົນສຳເລັດ (19 ສິງຫາ 1945 - 19 ສິງຫາ 2024) ແລະ ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024), ຕອນຄ່ຳວັນທີ 15 ສິງຫາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ, ຄະນະກຳມະການປະຊາຊົນເມືອງ ເຊີນເຢືອງ, ແຂວງ ຕວຽນກວາງ ໄດ້ຈັດວັນບຸນເອກະລາດ ຕິດພັນກັບງານບຸນ ເຕີນຈ່າວ ປີ 2024.

ປີນີ້ທາງເມືອງໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ງານສະແດງຊຸດອາພອນປະຈຳເຜົ່າ, ແຂ່ງຂັນດຶງເຊືອກ, ແຂ່ງຂັນບານສົ່ງ, ແນະນຳບັນດາຜະລິດຕະພັນ OCOP, ຜະລິດຕະພັນທີ່ມີທ່າແຮງຂອງແຂວງ… ນີ້ກໍ່ແມ່ນໂອກາດເພື່ອໃຫ້ເມືອງ ເຊີນເຢືອງ ແນະນຳ, ໂຄສະນາບັນດາຄຸນຄ່າຂອງເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ, ພາບພົດກ່ຽວກັບສູນ “ນະຄອນຫຼວງເຂດປົດປ່ອຍ”.

ວັນບຸນເອກະລາດ ຕິດພັນກັບງານບຸນ ເຕີນຈ່າວ ປີ 2024 ຈັດຂຶ້ນຮອດວັນທີ 16 ສິງຫາ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top