• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ຮັບບົດບາດເປັນປະທານ ອາຊຽນ ປີ 2025 ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢືນຢັນ: ປະເທດນີ້ ຈະມານະພະຍາຍາມເພື່ອປະຕິບັດບົດບາດປະທານ ອາຊຽນ 2025 ໃຫ້ສຳເລັດຜົນ ດ້ວຍຫລາຍຫນ້າທີ່ໃນປີບານພັບຂອງວິວັດການສ້າງປະຊາຄົມ.
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. (ພາບ:Bernama)

ວັນທີ 2 ມັງກອນ, ມາເລເຊຍ ຮັບບົດບາດປະທານ ອາຊຽນ 2025 ຢ່າງເປັນທາງການ. ປີນີ້ແມ່ນປີບານພັບໃນວິວັດການສ້າງ ອາຊຽນ ໃຫ້ກາຍເປັນປະຊາຄົມສະຫນິດຕິດພັນກວ່າ, ໝັ້ນແກ່ນເຂັ້ມແຂງກວ່າ ແລະ ຖືມະນຸດເປັນໃຈກາງ.

ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢືນຢັນ: ປະເທດນີ້ ຈະມານະພະຍາຍາມເພື່ອປະຕິບັດບົດບາດປະທານ ອາຊຽນ 2025 ໃຫ້ສຳເລັດຜົນ ດ້ວຍຫລາຍຫນ້າທີ່ໃນປີບານພັບຂອງວິວັດການສ້າງປະຊາຄົມ. ອາຊຽນ ຈະສະຫລອງໄລຍະ 10 ປີທຳອິດຂອງວິວັດການສ້າງປະຊາຄົມສະຫນິດຕິດພັນກ່ຽວກັບດ້ານການເມືອງ, ການຮ່ວມສຳພັນດ້ານເສດຖະກິດ ແລະ ແບ່ງປັນຄວາມຮັບຜິດຊອບສັງຄົມ.ຕາມແຜນການ, ປະເທດ ເຈົ້າພາບ ອາຊຽນ 2025 ຈະເປັນປະທານ ກອງຊຸມວົງແຄບກະຊວງການຕ່າງປະເທດ ອາຊຽນ ໃນວັນທີ 18-19 ມັງກອນຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ມີຫຼາຍຊ່ອງກະຈາຍສຽງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ນີ້ແມ່ນຜົນງານຂອງນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກຕໍ່ອາຊີບ, ຄວາມຄາດຫວັງຮັບໃຊ້ປະຊາຊົນ.

Top